VOV WorldVOV World
ປະຊາທິປະໄຕ, ສຸມພູມປັນຍາເພື່ອສ້າງລັດຖະທຳມະນູນ
03/06/2013 09:07
ວັນ​ທີ 3/6, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ​ທີ່​ຫໍ​ປະຊຸມຂອງ​ສະພາ​ແຫ່ງ​ຊາດ
(vovworld)- ພາຍຫລັງ 5 ​ເດືອນ​ນັບ​ແຕ່​​ຄັ້ງ​ທຳ​ອິດ​ທີ່ປະກາດ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ກວ້າງຂວາງ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ, ວັນ​ທີ 3/6, ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ຢ່າງ​ເປັນ​ທາງ​ການ​ທີ່​ຫໍ​ປະຊຸມຂອງ​ສະພາ​ແຫ່ງ​ຊາດ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄຫມສາມັນ​ເທ​ື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ບັນດາ​ເນື້ອ​ໃນຕົ້ນຕໍ​ຄື: ​ຊື່​ປະ​ເທດ​ຊາດ, ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ລັກສະນະ​ຂອງ​ພື້ນຖານ​ເສດຖະກິດ ​ແລະ ບັນດາ​ພາກສ່ວນ​ເສດຖະ​ເກິ​ດ, ສິດທິ​ມະນຸດ, ສິດ​ພົນລະ​ເມືອງ​ແມ່ນ​ບັນດາ​ບັນຫາ​ຊື່​ງສະມາຊິກ​ສະພາ​ແຫ່ງ​ຊາດ​ຫລາຍ​ທ່ານ​ໄດ້​ເຕື້ອງ​ເຖິງ.         ຕາມ ສສຊ ຫລາຍ​ທ່ານ​ແລ້ວ, ການ​ປັບປຸງ​ລັດຖະທຳ​ມະນູນ​ຄັ້ງ​ນີ້ ​​ຕອບ​ສະຫນອງ​ໄດ້​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ການ​ເມືອງ​, ​ເສດ​ຖະກິດ, ສັງຄົມ​ທີ່​ພວມ​ວາງ​ອອກ​ໃນ​ການ​ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​, ການ​ເຊື່ອມ​ໂຍງ ​ແລະ ​ໂລກາ​ພິວັດ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາ​ສຳຄັນທີ່​ຄວນ​ວາງ​ອອກ ນັ້ນ​ແມ່ນ​ປະສິດທິ​ຜົນຂອງ​ບັນດາ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ.         ພ້ອມ​ກັບຄວາມ​ເຫັນ​ດີ​ຮັກສາ​ຊື່​ຂອງ​ປະ​ເທດ ສສຫວຽດນາມ​ໄວ້​ຄື​ເກົ່າ ​ເພື່ອ​ສືບ​ຕໍ່​ຢັ້ງຢືນ​ຈຸດ​ໝາຍ​ເສັ້ນທາງ ​ແລະ ພັດທະນາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ສັງຄົມ​ນິຍົມ, ຮັບປະກັນ​ລັກສະນະ​ສະຖຽນລະ​ພາບ​ແລ້ວ, ສສຊ ຈຳນວນ​ຫນຶ່ງ​ຖື​ວ່າ: ຮ່າງ ລັດຖະທຳ​ມະນູນ ປີ 1992 ສະບັບ​ປັບປຸງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ທີ່​ວ່າ: ສິດ​ອຳນາດ​ແຫ່ງ​ລັດ​ແມ່ນ​ຂຶ້ນ​ກັບ​ປະຊາຊົນ ​ແລະ ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກົນ​ໄກສິດ​ອຳນາດ​ແຫ່ງ​ລັດ​ທັງ​ໝົດແມ່ນ​ເອກະ​ພາບ, ມີ​ການ​ຈັດ​ແບ່ງ,​ ສົມ​ທົບ ​ແລະ ກວດກາ​ລະ​ຫວ່າງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ປະຕິບັດ​ອຳ​ນາດ​ນິຕິບັນຍັດ, ອຳນາດ​ຕຸລາການ, ອຳນາດ​ບໍລິຫານ. ​ໃນ​ນັ້ນ ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ​ພາລະ​ບົດບາດ​ຂອງ​ແຕ່​ລະ​ອົງການ​ແມ່ນ​ບັນດາ​ຂໍ້​ກຳນົດ​ປ່ຽນ​ໃຫມ່​ສຳຄັນ​ທີ່​ສຸດ​ໃນ​ວິທີ​ຈັດ​ຕັ້ງ​ກົງຈັກ​ລັດ​ຢູ່​ຫວຽດນາມ ປະຈຸ​ບັນ. ກອງ​ປະຊຸມ​ສະ​ໄຫມສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ພາບ:xalo.vn         ​ເມື່ອ​ປະກອບ​ຄຳ​ເຫັນ​ໃສ່​ມາດ​ຕາ 4 ຂອງ​ຮ່າງ ລັດຖະທຳ​ມະນູນ, ຕາມ​ບັນດາ ສສຊ ​ແລ້ວ, ຖ້າ​ສັງ​ເກດ​ພຶດຕິ​ກຳ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ປະ​ເທດ​ຫວຽດນາມ ​ໄດ້​ມີ​ບັນດາ​ບາດກ້າວ​ພັດທະນາ​ບຸກທະລຸ​ທີ່​ບໍ່​ເຄີຍ ​ ມີ​ມາ​​ໃນ​ປະຫວັດສາດ ​ແລະ ​ໃນປະ​ຈຸ​ບັນ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ເອກະລາດ, ​ເສລີພາບ, ພັດທະນາ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ, ມີ​ບົດບາດ​ທີ່​ຕັ້ງ​ນັບ​ມື້​ນັບ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ​ເປັນ​ອັນວ່າ ທັງ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ, ​ມີ​ພື້ນຖານ​ຢ່າງ​ພຽງພໍ​ເພື່ອ​ຢັ້ງຢືນ​ບົດບາດນຳ​ພາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແມ່ນ​ພັກ​ນຳພາ​ຫນຶ່ງ​ດຽວ, ຕອບ​ສະຫນອງ​ໄດ້​ບັນດາ​ຄຳ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ຂອງ​ປະຊາຊົນ​ໃນ​ບັນດາໄລຍະ​ນັບແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ​ແລະ ​ໄລຍະ​ຕໍ່​ໄປ ສະ​ນັ້ນ ການ​ກຳນົດ​ບົດບາດນຳ​ພາ​ຂອງ​ພັກ​ໃນ​ ລັດຖະທຳ​ມະນູນ ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ທ່ານ ຫງວຽນ​ທາຍ​ຫອກ, ສສຊ ​ແຂວງ ຟູ​ອຽນ ຍົກ​ຄຳ​ເຫັນ​ວ່າ:                
TAG
ລັດຖະທຳມະນູນ