VOV WorldVOV World
ປະສິດທິຜົນຈາກຄວາມມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນ
03/04/2017 08:21
(vovworld) - ​ກວ່າ 1 ປີ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ​ເພື່ອປັບ​ປຸງ​ລະ​ບອບ​ລະ​ບຽ​ບ​ການ​ເສດ​ຖະ​ກິດ ແລະ ປະ​ຕິ​ບັດ​ການ​ກະ​ທຳ​ຂ້ຽວ​ຂາ​ດຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ.
ປະສິດທິຜົນຈາກຄວາມມານະພະຍາຍາມສ້າງລັດຖະບານແຫ່ງການສ້າງສັນ
(vovworld) - ​ກວ່າ 1 ປີ​ຜ່ານ​ມາ, ລັດ​ຖະ​ບານ​ໄດ້​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ​ເພື່ອປັບ​ປຸງ​ລະ​ບອບ​ລະ​ບຽ​ບ​ການ​ເສດ​ຖະ​ກິດ ແລະ ປະ​ຕິ​ບັດ​ການ​ກະ​ທຳ​ຂ້ຽວ​ຂາ​ດຫຼາຍ​ຢ່າງ ເພື່ອ​ແນ​ໃສ່​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ. ສິ່ງ​ສຳ​ຄັນ​​ແມ່ນ, ຜົນ​ງານ​ຈາກ​ການກໍ່​ສ້າງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນ ​ໃນ​ເບື້ອງ​ຕົ້ນ​ໄດ້​ສ້າງ​ຄວາມ​ເຕີບ​ໂຕ​​ໃນ​ການ​ພັດ​ທະ​ນາ​ບັນ​ດາ​ວິ​ສ​າ​ຫະ​ກິດ, ຈາກນັ້ນ ປະ​ກອບ​ສ່ວນ​ຊຸກ​ຍູ້​ເສດ​ຖະ​ກິດ​ພັດ​ທະ​ນາ. ປະ​ສິດ​ທິ​ຜົນ​ຈາກ​ບັນ​ດາ​ການ​ປ່ຽນ​ໃໝ່​ ເຊິ່ງ​ລັດ​ຖະ​ບານ​ແຫ່ງ​ການ​ສ້າງ​ສັນນຳ​ມາ​ໃຫ້​ໄດ້​ຮັບ​ການ​ຮັ​ບ​ຮອງ​ເອົາ​ຈາກ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ.       ຄວາມ​ຕັດ​ສິນ​ໃຈ​ສ້າງ​ລັດ​ຖະ​ບານສັດ​ຊື່​ບໍ​ລິ​ສຸດ, ສ້າງ​ສັນ​ພັດ​ທະ​ນາ, ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ເຊິ່ງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້ຢືນ​ຢັນ​ຄືນ​ໃໝ່​ ໃນ​ບົດ​ກ່າວ​ປາ​ໄສ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ຕໍ່​ໜ້າ​ສະ​ພາ​ແຫ່​ງ​ຊາດ (ໃນ​ເດືອນ 07/2016). ລັດ​ຖະ​ບານ​ໄດ້​ຫັນ​ເປັນ​ລະ​ອຽດ​ເທື່ອ​ລະ​ກ້າວດ້ວຍ​ບັນ​ດາ​ມະ​ຕິ, ຂໍ້​ຕົກ​ລົງ​ທີ່​ສຳ​ຄັນ​​ຄື​ ມະ​ຕິ​ເລກ​ທີ 19/2017 ກ່ຽວ​ກັບເລື່ອງ​ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ແກ້​ໄຂ​ຕົ້ນ​ຕໍ່​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ແຫ່ງ​ຊາດ​ປີ 2017, ກຳ​ນົດ​ທິດ​​ເຖິງ​ປີ 2020. ພ້ອມ​ກັນ​ນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກໍ່​ມີ​ມະ​ຕິ​​ທຳ​ອິດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຢູ່​ຫວຽດ​ນາມ (ມະ​ຕິ​ເລກ​ທີ 35/ມ​ຕ - ບ​ລ).
TAG
vovworld/vov/ດຳ​ເນີນ​ທຸ​ລະ​ກິດ