ປະສິດທິຜົນແຫ່ງການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2012
09/01/2013 07:24
ປີ 2012 ໄດ້ລ່ວງເລີຍໄປແລ້ວ, ເມື່ອຫວນຄືນເສັ້ນທາງ 1 ປີທີ່ເຕັມໄປດ້ວຍການຜັນແປ ອາດຈະເຫັນໄດ້ວ່າ: ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຕ່າງປະເທດຢ່າງເລິກເຊິ່ງກ້ວາງຂວາງຕາມແນວທາງການຕ່າງປະເທດຂອງກອງປະຊຸມໃຫ່ຍທົ່ວປະເທດພັກກອມມູນິດຫວຽດນາມ ຊຸດທີ 11, ນຳມາເຊິ່ງບັນດາໝາກຜົນອັນລະອຽດ

ປີ 2012 ໄດ້ລ່ວງເລີຍໄປແລ້ວ, ເມື່ອຫວນຄືນເສັ້ນທາງ 1 ປີທີ່ເຕັມໄປດ້ວຍການຜັນແປ ອາດຈະເຫັນໄດ້ວ່າ: ຫວຽດນາມ ໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຕ່າງປະເທດຢ່າງເລິກເຊິ່ງກ້ວາງຂວາງຕາມແນວທາງການຕ່າງປະເທດຂອງກອງປະຊຸມໃຫ່ຍທົ່ວປະເທດພັກກອມມູນິດຫວຽດນາມ ຊຸດທີ 11, ນຳມາເຊິ່ງບັນດາໝາກຜົນອັນລະອຽດ. ວຽກງານການຕ່າງປະເທດປີ 2012 ບໍ່ພຽງແຕ່ປະກອບສ່ວນສ້າງສະພາບແວດລ້ອມສາກົນທີ່ອຳນວຍຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ຍາດແຍ່ງແຫຼ່ງກຳລັງໃຫ້ແກ່ພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝເທົ່ານັ້ນ ຫາກຍັງໄດ້ໜູນຊ່ວຍປົກປ້ອງຜົນປະໂຫຍດແຫ່ງຊາດ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ ອີກດ້ວຍ.
TAG
ພົວພັນຕ່າງປະເທດ/ການທູດ/ຫວຽດນາມ ປີ 2012
Related








