ປັບປຸງນ້ຳໃຈສາມັກຄີ, ມິດຕະພາບຫວຽດນາມ - ກຳປູເຈຍ
06/12/2011 09:05
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມ ສັນທະວະໄມຕີລາຊະອານາຈັກກຳປູເຈຍທາງລັດຖະກິດ ນັບແຕ່ວັນທີ 6 – 8/12.

ໂດຍຮັບຄຳເຊື້ອເຊີນຂອງ ພະບາດສົມເດັດ ພະບໍລົມ ມະນຽດ ໂນໂຮດົມ ສີຫາໂມນີ, ພະມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໄປຢ້ຽມຢາມສັນທະວະໄມຕີລາຊະອານາຈັກກຳປູເຈຍທາງລັດຖະກິດ ນັບແຕ່ວັນທີ 6 – 8/12. ການຢ້ຽມຢາມໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນພັດທະນານ້ຳໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບ ກຳປູເຈຍ, ຊຸກຍູ້ການປະຕິບັດສຳເລັດບັນດາສັນຍາ, ຂໍ້ຕົກລົງຮ່ວມມືລະຫວ່າງສອງປະເທດ. ເນື່ອງໃນໂອກາດນີ້, ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມມີບົດຂຽນດ້ວຍຫົວຂໍ້ວ່າ: ”ປັບປຸງນ້ຳໃຈສາມັກຄີ, ມິດຕະພາບລະຫວ່າງ ຫວຽດນາມ - ກຳປູເຈຍ”.
Related








