VOV WorldVOV World
ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ
11/04/2024 08:06
(VOVWORLD) -ຫວຽດນາມແມ່ນ ປະເທດມີຫລາຍສາສະຫນາ. ປະຊາຊົນຊື່ຖືສາສະຫນາລ້ວນແຕ່ມີຄວາມເສລີໃນການເຄື່ອນໄຫວສາສະຫນາຂອງຕົນໃນສະພາບສະຖຽນລະພາບ, ປ່ອງດອງ, ສະເຫມີພາບ, ສອດຄ່ອງກັບກົດໝາຍ. ໃນຊຸມມື້ມໍ່ໆມານີ້ ສະພາບການເຊື່ອຖື ເຫລື້ອມໃສສາສະຫນາ ແມ່ນມີຊີວິດຊີວາກວ່າ ດ້ວຍບັນຍາກາດປິຕິຊົມຊື່ນ, ຕ້ອນຮັບບຸນປີໃຫມ່ Chol Chnam Thmay ຂອງຊາວເຜົ່າ ຂະແມ ຢູ່ ພາກໃຕ້ ຫວຽດນາມ. ສະພາບຕົວຈິງການເຄື່ອນໄຫວທາງສາສະຫນານັບມື້ນັບຟົດຟື້ນ ເປັນການພິສູດໃຫ້ຢ່າງຈະແຈ້ງການຮັບປະກັນສິດເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ.
ພາບພົດກ່ຽວກັບຄວາມເສລີໃນການເຊື່ອຖືສາສະຫນາຢູ່ ຫວຽດນາມ ແມ່ນມີຊີວິດຊີວາ
ບຸນປີໃຫມ່ Chol Chnam Thmay ຂອງຊາວເຜົ່າ ຂະແມ. ພາບ:  baochinhphu.vn ຖ້າຫາກ 21 ປີກ່ອນນີ້, ປີ 2003 ຫວຽດນາມ ມີ 15 ອົງການສາສະຫນາຂຶ້ນກັບ 6 ສາສະຫນາ ດ້ວຍສາສະນິກກະຊົນ 17 ລ້ານຄົນ, ທ້າຍເດືອນ ພະຈິກ ປີກາຍນີ້, ລັດ ໄດ້ຮັບຮູ້ ແລະ ອອກໃບຈົດທະບຽນການເຄື່ອນໄຫວໃຫ້ແກ່ກວ່າ 40 ອົງການ ຂຶ້ນກັບ 16 ສາສະຫນາ ດ້ວຍສາສະນິກະຊົນ 27 ລ້ານຄົນ, ກວມເອົາ 27% ປະຊາກອນຂອງ ຫວຽດນາມ.
TAG
VOV/VOVworld/​ສາ​ສະ​ຫນາ/ສາ​ສະ​ຫນາ​ໂປ​ແຕັດ​ສະ​ຕັງ/ສາ​ສະ​ຫນາ​ພຸດ/ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ