VOV WorldVOV World
ພາຍຫຼັງ​ 20 ປີເກີດ​ການກໍ່​ການຮ້າຍໃນ​ວັນ​ທີ 11 ກັນ​ຍາ​: ຫຼາຍ​ບົດ​ຮຽນ​ໃຫ້​ແກ່​ໂລກ
10/09/2021 09:30
(VOVWORLD) -ວັນທີ 11 ກັນຍາປີ 2021, ແມ່ນຄົບຮອບ 20 ປີເຕັມ ນັບແຕ່ເກີດເຫດການກໍ່ການຮ້າຍ ບຸກໂຈມຕີໃສ່ໃຈກາງປະເທດ ອາເມລິກາ ຢ່າງຮ້າຍແຮງທີ່ສຸດ. 20 ປີໄດ້ຜ່ານພົ້ນໄປແລ້ວ ແຕ່ຄວາມເຈັບປວດກ່ຽວກັບຄວາມເສຍຫາຍ ຍັງຄົງຝັງເລິກໃນຄວາມຊົງຈຳຂອງ ປຊຊ ອາເມລິກາ ແລະ ປະຊາຄົມໂລກ, ຈາກນັ້ນ ໄດ້ຕັກເຕືອນໃຫ້ມວນມະນຸດ ກ່ຽວກັບບັນດາບົດຮຽນທີ່ບໍ່ຕ້ອງຫຼົງລືມ.
ພາຍຫຼັງ​ 20 ປີເກີດ​ການກໍ່​ການຮ້າຍໃນ​ວັນ​ທີ 11 ກັນ​ຍາ​: ຫຼາຍ​ບົດ​ຮຽນ​ໃຫ້​ແກ່​ໂລກ
ສະພາບການພາຍຫຼັງເຮືອບິນໂດຍສານ 2 ລຳຕ່ຳໃສ່ສູນການຄ້າໂລກຢູ່ນິວຢອກເມື່ອວັນທີ 11/9/2001. (ພາບ: Getty )     ວັນທີ 11 ກັນຍາປີ 2001, ທົ່ວໂລກສັ່ນສະເທືອນເມື່ອເປົ້າໝາຍກໍ່ການຮ້າຍ Al-Qaeda 19 ຄົນໄດ້ຢຶດສິດບັນຊາເຮືອບິນຂົນສົ່ງຜູ້ໂດຍສານຂະໜາດໃຫ່ຍ 4 ລຳ, ແລ້ວຫັນທິດໄປຕາມລຳດັບ, ບຸກໂຈມຕີໃສ່ບັນດາເປົ້າໝາຍໃນເຂດດິນແດນ ອາເມລິກາ.     ມີເກືອບ 3000 ຄົນເສຍຊີວິດ ລວມມີພົນລະເມືອງຂອງ 78 ປະເທດ, ກ່ວາ 6000 ຄົນຖືກບາດເຈັບ, ຄວາມເສຍຫາຍດ້ານຊັບສິນ ແລະ ພື້ນຖານໂຄງລ່າງຢ່າງໜ້ອຍສຸດແມ່ນ 10 ຕື້ USD,  ລວມຄວາມເສຍຫາຍທັງໝົດຄາດວ່າຂຶ້ນເຖິງ 3 ພັນຕື້ USD,  ຄຽງຂ້າງນັ້ນ, ໂສກນາດຕະກຳເມື່ອວັນທີ 11 ກັນຍາປີ 2001 ໄດ້ກໍ່ຜົນຮ້າຍຕໍ່ສຸຂະພາບ, ຈິດຕະສາດທີ່ແກ່ຍາວໃຫ້ຊາວ ອາເມລິກາ. ນັບແຕ່ນັ້ນມາ, ອຳນາດການປົກຄອງ ອາເມລິກາ ໄດ້ປຸກລະດົມບັ້ນຕໍ່ສູ້ຕ້ານການກໍ່ການຮ້າຍເປັນເວລາຍາວນານທີ່ສຸດໃນປະຫວັດສາດ. ຊື່ຂອງຜູ້ປະສົບເຄາຮ້າຍເສຍຊີວິດໃນເຫດກໍ່ການຮ້າຍວັນທີ 11/9/2001 ຖືກຄັວດໃນແຄມໜອງ 2 ແຫ່ງ,  ບ່ອນທີ່ເຄີຍແມ່ນສູນການຄ້າໂລກ (ພາບ: USA Today )
TAG
VOV/VOVworld/ປີເກີດ​ການກໍ່​ການຮ້າຍ/​ວັນ​ທີ 11 ກັນ​ຍາ/ຫຼາຍ​ບົດ​ຮຽນ​ໃຫ້​ແກ່​ໂລກ/20 ປີ/ສົງຄາມທີ່ບໍ່ມີວັນສິ້ນສຸດ/Washington/IS/Afghanistan/Osama Bin Laden/