ພາສີອາກອນຂອງ ອາເມລິກາ: ບັນດາແຜນການກ່ອນເວລາກຳນົດສຸດທ້າຍ
18/07/2025 06:00
(VOVWORLD) - ໃນຊຸມມື້ຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສົ່ງຈົດໝາຍປະກາດລະດັບອັດຕາພາສີໃຫມ່ໄປຍັງບັນດາປະເທດໃນໂລກ, ກໍໍ່ກຳລັງດັນໃຫຍ່ ເຮັດໃຫ້ບັນດາຄູ່ຮ່ວມມືດ້ານການຄ້າຂອງ ອາເມລິກາ ຕ້ອງຊ່ວງເສັງເພື່ອຫລີກລ້ຽງບັນດາລະດັບ ອັດຕາພາສີສູງເມື່ອສົ່ງອອກສິນຄ້າເຂົ້າ ອາເມລິກາ ນັບແຕ່ວັນທີ 1 ສິງຫາ.

ໃນຊຸມມື້ແຕ່ວັນທີ 12 -17 ກໍລະກົດ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສົ່ງຈົດໝາຍປະກາດອັດຕາພາສີໃຫມ່ໄປຍັງ ກວ່າ 30 ປະເທດ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ຂອງ ອາເມລິກາ, ໃນນັ້ນ ມີສະຫະພາບເອີລົບ (ອີຢູ), ຍີ່ປຸ່ນ, ສ ເກົາຫລີ, ເມຊີໂກ, ການາດາ.. ພ້ອມທັງໃຫ້ຮູ້ວ່າ: ຈະສົ່ງຈົດໝາຍໄປຍັງກວ່າ 150 ປະເທດອື່ນໂດຍໄວ.
TAG
VOV/VOVworld/ພາສີອາກອນ ອາເມລິກາ/ອາຍແກັສທຳມະຊາດເຫລວ
Related








