ພັດທະນາພື້ນຖານໂຄງລ່າງຍຸດທະສາດຮອບດ້ານ, ສ້າງພື້ນທີ່ພັດທະນາໃໝ່
21/04/2025 09:36
(VOVWORLD) - ໃນອາທິດຜ່ານມາ, ເປັນຄັ້ງທຳອິດທີ່ ຫວຽດນາມ ດຳເນີນພິທີເລີ່ມລົງມືກໍ່ສ້າງ, ເປີດສະຫຼອງ 80 ໂຄງການ, ກິດຈະກຳພັດທະນາພື້ນຖານໂຄງລ່າງເສດຖະກິດ - ສັງຄົມສຳຄັນ, ຈຸດສຸມຂອງປະເທດຊາດ. ນີ້ແມ່ນບັນດາກິດຈະກຳທີ່ເປັນສັນຍາລັກ, ຢັ້ງຢືນພາບພົດປະເທດ ຫວຽດນາມ ພັດທະນາ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນໂລກ.

80 ໂຄງການ, ກິດຈະກຳໃຫຍ່, ຈຸດສຸມ, ຢາຍຢູ່ທົ່ວ 3 ພາກ ເໜືອ - ກາງ - ໃຕ້, ດ້ວຍມູນຄ່າການລົງທຶນທັງໝົດປະມານ 450.000 ຕື້ດົ່ງ (19,5 ຕື້ USD). ການເປີດສະຫຼອງ ແລະ ເລີ່ມລົງມືກໍ່ສ້າງບັນດາກິດຈະກຳໄດ້ມີຄວາມໝາຍສຳຄັນເປັນພິເສດໃນຫຼາຍແງ່ມູມ ນັບທັງດ້ານເສດຖະກິດ, ການເມືອງ, ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການເຊື່ອມໂຍງເຂົ້າກັບສາກົນ.
TAG
VOV/VOVworld/ກິດຈະກຳ/ໂຄງການ/ເສັ້ນທາງຄວາມໄວ້ສູງ/ພື້ນທີ່ພັດທະນາ/ພື້ນຖານໂຄງລ່າງ
Related








