VOV WorldVOV World
ພັດທະນາການພົວພັນຫວຽດນາມ-ຍີປຸ່ນຢ່າງແຂງແຮງ,ຮອບດ້ານ ແລະແທດຈິງ
16/01/2017 13:31
ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຫວຽດ​ນາມ-ຍີ​ປຸ່ນນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ
ພັດທະນາການພົວພັນຫວຽດນາມ-ຍີປຸ່ນຢ່າງແຂງແຮງ,ຮອບດ້ານ ແລະແທດຈິງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 16/1. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ທີ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ຫວຽດ​ນາມ-ຍີ​ປຸ່ນນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ​ພາຍຫຼັງ 44 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງການ​ທູດ. ຈຸດ​ປະ​ສົງ​ຂອງ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe ແມ່ນ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ຊຸກ​ຍູ້​ການ​ພັດ​ທະ​ນາການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນຢ່າງ​ແຂງ​ແຮງ, ຮອບ​ດ້ານ ແລະ ແທດ​ຈິງ​​.   ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abe        ການ​ພົວ​ພັນ​ຫວຽດ​ນາມ-ຍີ​ປຸ່ນໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການເມື່ອ​ປີ 1973. ຊຸມ​ປີມໍ່ໆ​ມານີ້, ການ​ນຳ 2 ປະ​ເທດ​ໄດ້​ດຳ​ເນີນ​ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ, ອັນ​ໄດ້​ນຳ​ມາ​ເຊິ່ງບັນ​ດາ​ກາ​ລະ​ໂອ​ກາດຮ່ວມ​ມື 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ. ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ​ປຸ່ນ Shinzo Abeໃນ 2 ວັນ​ຄື 16-17/1 ສືບ​ຕໍ່​ຢັ້ງ​ຢືນ​ການ​ພັດ​ທະ​ນາ​ສາຍພົວ​ພັນນີ້.
TAG
vovworld/ການ​ຮ່ວມ​ມື