ພັດທະນາຂະແຫນງສິນໃນນ້ຳແບບຍືນຍົງ, ໂປ່ງໃສ ແລະ ມີຄວາມຮັບຜິດຊອບ
25/04/2024 10:27
(VOVWORLD) -ວັນທີ 10 ເມສາ ປີ 2024, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ຄຳສັ່ງເລກທີ 32-CT/TWກ່ຽວກັບການເພີ່ມທະວິການຊີ້ນຳນຳພາຂອງພັກສຳລັບວຽກງານຕ້ານການຂຸດຄົ້ນສິນໃນນ້ຳຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ແລະ ພັດທະນາຂະແຫນງສິນໃນນ້ຳແບບຍືນຍົງ. ເລື່ອງປະກາດໃຊ້ຄຳສັ່ງນີ້ສະແດງໃຫ້ເຫັນ ທັງລະບົບການເມືອງ ຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມເພື່ອຍົກເລີກບັດເຫລືອງ IUU ພ້ອມກັນນັ້ນ ກໍ່ເປັນການປົກປ້ອງອິດທິພົນຊື່ສຽງຂອງຊາດໃນເວທີສາກົນ.

ພະນັກງານປ້ອມກວດກາ ຢູ່ ເມືອງ ໂກນດ໋າວ ພວມທຳການກວດກາກຳປັ່ນຫາປາ ຫາກໍ່ເຂົ້າທຽບທ່າ.ພາບ: baobariavungtau.com.vn ໄລ່ມາຮອດປະຈຸບັນ ແມ່ນ 7 ປີແລ້ວທີ່ ຫວຽດນາມຖືກກ່າວເຕືອນ “ບັດເຫລືອງ” ກ່ຽວກັບການຂຸດຄົ້ນ IUU.
TAG
VOV/VOVworld/ຂະແຫນງສິນໃນນ້ຳ/ຍົກເລີກບັດເຫລືອງ/ການຂຸດຄົ້ນ IUU
Related








