ພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ການສືບທອດສິນທຳ“ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ
19/04/2013 09:23
ໃນປະຫວັດສາດນັບພັນປີມານີ້, ປະຊາຊົນຫວຽດນາມ ຍາມໃດກໍຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮູ່ງໃນວັນທີ 10/3 ປະຈຳປີ ໄລ່ຕາມຈັນທະປະຕິທິນ

(vovworld) - ໃນປະຫວັດສາດນັບພັນປີມານີ້, ປະຊາຊົນຫວຽດນາມ ຍາມໃດກໍຈັດຕັ້ງພິທີໄຫວ້ບູຊາເຈົ້າຊີວິດຮູ່ງໃນວັນທີ 10/3 ປະຈຳປີ ໄລ່ຕາມຈັນທະປະຕິທິນ. ສະນັ້ນ ການເຄື່ອນໄຫວໄຫວ້ບູຊາເຈົ້າຊີວິດຮຸ່ງ ໄດ້ກາຍເປັນການດຳເນີນຊີວິດທາງດ້ານວັດທະນະທຳທີ່ຂາດບໍ່ໄດ້ຂອງຊາດຫວຽດນາມ, ແມ່ນໂອກາດເພື່ອໃຫ້ປະຊາຊົນທຸກຄົນເພີ່ມທະວີຄວາມເຂົ້າອົກເຂົ້າໃຈກ່ຽວກັບກົກເຄົ້າເຫງົ້າກໍ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີສ້າງສາປະເທດຊາດ. ດ້ວຍບັນດາຄຸນຄ່າດ້ານຄຸນສົມບັດທີ່ເຂັ້ມຂົ້ນໄປດ້ວຍສີສັດວັດທະນະທຳຂອງຊາດຫວຽດນາມນັ້ນ, ການເຄື່ອນໄຫວໄຫວ້ບູຊາເຈົ້າຊີວິດຮຸ່ງໄດ້ຮັບການຮັບຮອງຈາກອົງການ UNESCO ວ່າ: ແມ່ນມໍລະດົກວັດທະນະທຳຂອງມວນມະນຸດ.
TAG
ໄຫວ້ບູຊາ
Related








