VOV WorldVOV World
ພັກ​ຄອມ​ມູ​ນິດ ຫວຽດ​ນາມ ໄດ້ “ນຳ​ພາ​ປະ​ເທດ​ຊາດ​ໃນ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ນາໆ​ປະ​ການ”
06/10/2025 08:43
(VOVWORLD) - ໃນກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII, ໄຂຂຶ້ນໃນຕອນເຊົ້າວັນທີ 6 ຕຸລາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດກ່າວຄຳເຫັນສຳຄັນ ໂດຍຢັ້ງຢືນ ພັກຄອມມູນິດ ຫວຽດນາມ ໄດ້ “ນຳພາປະເທດຊາດໃນຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ”, ຢຶດໝັ້ນກ້າວເດີນໄປທາງໜ້າ, ສູ້ຊົນບັນລຸໄດ້ ແລະ ຜ່ານຜ່າບັນດາເປົ້າໝາຍເຊິ່ງມະຕິກອງປະຊຸມໃຫຍ່ຄັ້ງທີ XIII ໄດ້ວາງອອກ. ໃນກອງປະຊຸມນີ້, ສູນກາງໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນຕໍ່ 2 ກຸ່ມເນື້ອໃນໃຫຍ່. ນັ້ນແມ່ນກຸ່ມບັນຫາກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ກຸ່ມບັນຫາເສດຖະກິດ - ສັງຄົມ.
ພັກ​ຄອມ​ມູ​ນິດ ຫວຽດ​ນາມ ໄດ້ “ນຳ​ພາ​ປະ​ເທດ​ຊາດ​ໃນ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ນາໆ​ປະ​ການ”
ພິທີໄຂກອງປະຊຸມ ຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ຊຸດທີ XIII (ພາບ: TTXVN)
TAG
VOV/VOVworld/ບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV/ເອ​ກະ​ສານກອງ​ປະ​ຊຸມ