ຜັນຂະຫຍາຍຫນ້າທີ່ເສດຖະກິດສັງຄົມປີ 2017
04/01/2017 09:43
(vovworld)- ປີ 2017, ຫວຽດນາມ ວາງຄາດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບັນລຸການເຕີບໂຕເສດຖະກິດຢູ່ໃນລະດັບ 6,7%,

(vovworld)- ປີ 2017, ຫວຽດນາມ ວາງຄາດໝາຍຮັກສາເສດຖະກິດມະຫາພາກເປັນປົກກະຕິ, ບັນລຸການເຕີບໂຕເສດຖະກິດຢູ່ໃນລະດັບ 6,7%, ຮັບປະກັນຊີວິດສັງຄົມ. ເພື່ອປະຕິບັດຫນ້າທີ່ດັ່ງກ່າວໃຫ້ໄດ້. ນັບແຕ່ຊຸມມື້ຕົ້ນປີ 2017, ລັດຖະບານ ແລະ ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆໄດ້ວາງອອກຫລາຍໂຄງການດຳເນີນງານລະອຽດ. ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນັດກັບການນຳ 63 ແຂວງ, ນະຄອນ ພາບ:baochinhphu.vn 3 ຄາດໝາຍສຳຄັນທີ່ສຸດໃນປີ 2017 ນັ້ນແມ່ນ ການເຕີບໂຕ GDP ຢູ່ໃນລະດັບ 6,7%, ໄພເງິນເຟີ້ສະເລ່ຍ ຢູ່ໃນລະດັບ 4% ແລະ ງົບປະມານຕ້ອງຮັບປະກັນທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ. ລັດຖະບານຫວຽດນາມ ສະແດງຄວາມຕັດສິນໃຈປະຕິບັດບັນດາຄາດໝາຍດັ່ງກ່າວ ຜ່ານການຜັນຂະຫຍາຍບັນດາຫນ້າທີ່ໃນໄຕມາດ 1 ປີ 2017. ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆ ກໍໄດ້ຍົກອອກຫລາຍມາດຕະການຜັນຂະຫຍາຍລະອຽດ. ບັນດາການກະທຳນີ້ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງແຜນນະໂຍບາຍຂອງລັດຖະບານທີ່ມີຄວາມຊັດສື່ບໍລິສຸດ, ສ້າງສັນ, ພັດທະນາ ແລະ ການກະທຳເພື່ອຮັບໃຊ້ປະຊາຊົນ.
TAG
vovworld/ສະພາບແວດລ້ອມ
Related








