ຜົນງານດ້ານສິດທິມະນຸດຂອງ ຫວຽດນາມ ແມ່ນບໍ່ສາມາດປະຕິເສດໄດ້
08/12/2017 07:11
(VOVWORLD) - ໃນໂລກແຫ່ງທັນສະໄໝ, ສິດທິມະນຸດໄດ້ກາຍເປັນຄຸນຄ່າລວມຂອງມວນມະນຸດ, ແມ່ນໜຶ່ງໃນບັນດາບັນຫາມີລັກສະນະທົ່ວໂລກ. ການເຄົາລົບ, ປົກປ້ອງ ແລະ ຊຸກຍູ້ການປະຕິບັດສິດທິມະນຸດແມ່ນຄວາມຮັບຜິດຊອບຂອງທຸກໆປະເທດ, ໃນນັ້ນ ມີ ຫວຽດນາມ. ໃນຊຸມປີຜ່ານມາ, ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃນການປົກປັກຮັກສາ ແລະ ຊຸກຍູ້ສິດທິມະນຸດ.

ໃນທຸກໆໄລຍະປະຫວັດສາດນັ້ນ, ຍາມໃດ ຫວຽດນາມ ກໍ່ສະເໝີຕົ້ນສະເໝີປາຍກ່ຽວກັບຈຸດໝາຍ, ນະໂຍບາຍທຸກສິ່ງທຸກຢ່າງແມ່ນເພື່ອມະນຸດ, ເພື່ອປະເທດ ຫວຽດນາມ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສິວິໄລ. ພັກ ແລະ ລັດ ຫວຽດນາມ ໄດ້ມານະພະຍາຍາມຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ບັນດາສິດ ແລະ ຄວາມເສລີໂດຍພື້ນຖານຂອງມະນຸດຢ່າງຄົບຖ້ວນ, ພ້ອມທັງ ຖືເປັນສຳຄັນຊຸກຍູ້ການຮ່ວມມືສາກົນ ໃນຂົງເຂດສິດທິມະນຸດບົນພື້ນຖານຄວາມສະເໝີພາບ, ເຄົາລົບ ແລະ ຄວາມເຂົ້າອົກເຂົ້າໃຈລະຫວ່າງປະເທດຕ່າງໆ.
TAG
VOV/VOVworld/ສິດທິມະນຸດ
Related








