ຜົນປະໂຫຍດຈາກເວທີປາໃສຂອງສະຫະປະຊາຊາດ
23/12/2011 08:14
ຊຶ່ງແມ່ນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວພົວພັນກັບຕ່າງປະເທດທີ່ສຳຄັນຫລາຍຢ່າງຢູ່ເວທີປາໄສຫລາຍຝ່າຍ

ປີ 2011, ດ້ວຍທິດນຳທີ່ວ່າ: ຊຶ່ງແມ່ນສະມາຊິກຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມໂລກ, ຫວຽດນາມ ໄດ້ຜັນຂະຫຍາຍການເຄື່ອນໄຫວພົວພັນກັບຕ່າງປະເທດທີ່ສຳຄັນຫລາຍຢ່າງຢູ່ເວທີປາໄສຫລາຍຝ່າຍ, ໃນນັ້ນພົ້ນເດັ່ນຂຶ້ນແມ່ນເວທີປາໄສຂອງສະຫະປະຊາຊາດ( ສປຊ). ບໍ່ພຽງແຕ່ຍາດແຍ່ງການຫນູນຊ່ວຍທັງທາງດ້ານວັດຖຸ, ບົດຮຽນໃນການຮັບໃຊ້ໃຫ້ແກ່ວິວັດການພັດທະນາຂອງປະເທດຊາດ ເທົ່ານັ້ນ ຫາກຜ່ານເວທີປາໄສນີ້ ຫວຽດນາມ ຍັງຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຕົນ ນັ້ນແມ່ນຍົກສູງບົດບາດຂອງກົດໝາຍສາກົນໃນການແກ້ໄຂຄວາມບໍ່ລົງລອບກັນ ແລະ ການພິພາດກ່ຽວກັບອະທິປະໄຕ
Related








