ຜົນສຳເລັດຢ່າງໃຫຍ່ຫລວງຂອງ ຫວຽດນາມ ເມື່ອ GDP 9 ເດືອນ ເພີ່ມຂຶ້ນ 2,12%
30/09/2020 07:48
(VOVWORLD) - ທີ່ກອງປະຊຸມຂ່າວປະກາດຕົວເລກສະຖິຕິດ້ານເສດຖະກິດ-ສັງຄົມໄຕມາດທີ 3 ແລະ 9 ເດືອນປີ 2020 ເຊິ່ງດຳເນີນໃນວັນທີ 29 ກັນຍາ, ກົມໃຫຍ່ສະຖິຕິ (ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ) ໃຫ້ຮູ້ວ່າ: GDP 9 ເດືອນຂອງ ຫວຽດນາມ ເພີ່ມຂຶ້ນ 2,12% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

ເຖິງວ່ານີ້ແມ່ນລະດັບການເຕີບໂຕຕ່ຳສຸດໃນ 10 ປີຜ່ານມາກໍ່ຕາມ ແຕ່ກໍ່ແມ່ນຜົນສຳເລັດອັນໃຫຍ່ຫລວງຂອງ ຫວຽດນາມ ເມື່ອທຽບໃສ່ສະພາບການລວມຂອງສາກົນ. ຫລາຍຂົງເຂດໄດ້ກາຍເປັນຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດ ໃນຂະນະທີ່ມີການເຕີບໂຕທາງບວກ, ໃນສະພາບການຖືກຜົນກະທົບຫຍໍ້ທໍ້ຈາກຫລາຍທິດ. ທ່ານນາງ ຫງວຽນທິເຮືອງ ຫົວໜ້າກົມໃຫຍ່ສະຖິຕິ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ: baotintuc.vn ) ໃນສະພາບການໂລກລະບາດໂຄວິດ-19 ກໍ່ຜົນສະທ້ອນຢ່າງຮ້າຍແຮງຕໍ່ທຸກດ້ານເສດຖະກິດ-ສັງຄົມຂອງບັນດາປະເທດໃນໂລກນັ້ນ ລະດັບການເຕີບໂຕ GDP 2,12% ໃນ 9 ເດືອນຜ່ານມາ ແມ່ນຜົນສຳເລັດອັນໃຫຍ່ຫລວງ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ຟື້ນຟູ ແລະ ພັດທະນາເສດຖະກິດ, ເປັນການສະແດງໃຫ້ເຫັນວ່າ ການຟື້ນຟູຂອງພື້ນຖານເສດຖະກິດໃນໄຕມາດທີ 3 ແມ່ນໄວກ່ວາເມື່ອທຽບໃສ່ກັບໄຕມາດທີ 2.
TAG
VOV/VOVworld/ຜົນສຳເລັດ/GDP/ການເຕີບໂຕ/ເສດຖະກິດ
Related
More








