ປີ 2012, ປີພິເສດແຫ່ງການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ
28/12/2012 09:11
ປີສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ 2012 ໄດ້ສິ້ນສຸດລົງຢ່າງຈົບງາມ ພາຍຫລັງຖະແຫລງການຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ທີ່ການປະຊຸມຂ່າວເມື່ອວັນມີ 26/12/2012 ຢູ່ ຮ່າໂນ້ຍ

(vovworld) - ປີສາມັກຄີມິດຕະພາບ ຫວຽດນາມ ແລະ ລາວ 2012 ໄດ້ສິ້ນສຸດລົງຢ່າງຈົບງາມ ພາຍຫລັງຖະແຫລງການຂອງທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ທີ່ການປະຊຸມຂ່າວເມື່ອວັນມີ 26/12/2012 ຢູ່ ຮ່າໂນ້ຍ. ທົບທວນຄືນປີ 2012, ດ້ວຍການເຄື່ອນໄຫວທີ່ມີຄວາມໝາຍຫລາຍຢ່າງ ໂດຍມີການເຂົ້າຮ່ວມຂອງບັນດາຂະແຫນງການ, ຂັ້ນຕ່າງໆ ແລະ ປະຊາຊົນທຸກຊັ້ນວັນນະຂອງສອງປະເທດເປັນຈຳນວນຫລວງຫລາຍ ເປັນການປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.
TAG
ທາງການທູດ
Related








