VOV WorldVOV World
ປີ 2013: ປີສາມັກຄີ ລະຫວ່າງ ຫວຽດນາມ ກັບອິນເດຍ, ຍີ່ປຸ່ນ
14/02/2013 17:00
ປີ 2013 ​ແມ່ນປີ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ 2 ປະ​ເທດ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ສຳ​ຄັນຂອງ ຫວຽດນາມ ຢູ່ ພາກ​ພື້ນ ອາຊີ ນັ້ນ​ແມ່ນ ຍີ່​ປຸ່ນ ​ແລະ ອິນ​ເດຍ
ປີ 2013: ປີສາມັກຄີ ລະຫວ່າງ ຫວຽດນາມ ກັບອິນເດຍ, ຍີ່ປຸ່ນ
(vovworld) - ປີ 2013 ​ແມ່ນປີ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ, ​ໃນ​ນັ້ນ ມີ 2 ປະ​ເທດ​ເປັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ສຳ​ຄັນຂອງ ຫວຽດນາມ ຢູ່ ພາກ​ພື້ນ ອາຊີ ນັ້ນ​ແມ່ນ ຍີ່​ປຸ່ນ ​ແລະ ອິນ​ເດຍ. ໂດຍນອນ​​ໃນ​ພາກ​ພື້ນ​ດຽວ ທີ່ພວມ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ກຳລັງ​ຫນູນ​​ແຫ່ງການ​ເຕີບ​ໂຕ​​ຂອງ​ໂລກ, ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ ກໍ​ຄື  ຫວຽດນາມ ​ແລະ ຍີ່​ປຸ່ນ ພວມ​ພັດທະນາ​ໃນ​ຫລາຍ​ຂົງ​ເຂດ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ. ສະ​ນັ້ນ, ​ໂດຍ​ອີງ​ໃສ່​ພື້ນຖານ 40 ປີ​ແຫ່ງ​ການ​ພົວພັນ​ອັນ​ດີງາມ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດໃນ​ສະພາບ​​ປະຈຸ​ບັນ, ປີ 2013 ​ໄດ້​ຮັບ​ຖື​ວ່າ​ແມ່ນ​ປີ​ບານພັບ​ເພື່ອ​ໃຫ້ ຫວຽດນາມ ພ້ອມ​ກັບ ອິນ​ເດຍ, ຍີ່​ປຸ່ນ ສ້າງພື້ນຖານ​ການ​ຮ່ວມ​ມື​ໃຫ້ໝັ້ນຄົງ​ກວ່າ​ໃນ​ໄລຍະ 40 ປີ.
TAG
​ເສີມ​ຂະຫຍາຍ​ນ້ຳ​ໃຈ​ມິດຕະພາບ