ປີເຕັມໄປດ້ວຍຄວາມຂາດສະຖຽນລະພາບ
10/01/2017 07:22
ສປປ. ເກົາຫຼີ ທົດລອງນິວເຄຼຍ, ອາເມລິກາ ແລະ ສ. ເກົາຫຼີ ມີແຜນການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະທ້າຍ (THAAD), ສະພາບການເມືອງ ສ. ເກົາຫຼີ ຂາດສະຖຽນລະພາບ, ຍີ່ປຸ່ນ ດຳເນີນການປັບປຸງສຳລັບກອງທັບຢ່າງແຮງ. ບັນດາການຜັນແປທັງໝົດເຫຼົ່ານັ້ນໄດ້ຍູ້ໃຫ້ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ຕົກເຂົ້າສູ່ສະພາບຄວາມເຄັ່ງຕຶງໃນປີ 2016 ຢ່າງຕໍ່ເນື່ອງ.

(vovworld) - ອາຊີຕາເວັນອອກສ່ຽງເໜືອ, ເຊິ່ງແມ່ນພາກພື້ນມີບົດບາດເປັນກຳລັງໜູນໃນການເຕີບໂຕເສດຖະກິດທົ່ວໂລກ ແຕ່ກໍ່ເປັນພາກພື້ນເຕັ້ມໄປດ້ວຍຄວາມຂາດສະຖຽນລະພາບ. ເມື່ອຫວນຄືນປີ 2016, ສະພາບການຢູ່ພາກພື້ນອາຊີຕາເວັນອອກສ່ຽງເໜືອ ເຄີຍເກີດຫຼາຍບັນຫາທີ່ສັບສົນ. ສັນຕິພາບ, ສະຖຽນລະພາບ, ການປະເຊີນໜ້າ, ການປະທະກັນແມ່ນບັນດາບັນຫາພົ້ນເດັ່ນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງເໜືອໃນປີ 2016.
TAG
vovworld/ຂາດສະຖຽນລະພາບ
Related








