ສະພາແຫ່ງຊາດຊຸດທີ 15: ຍົກສູງປະສິດທິຜົນການເຄື່ອນໄຫວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການພັດທະນາ
20/07/2021 07:49
(VOVWORLD) -ຕອນເຊົ້າວັນທີ 20 ກໍລະກົດ, ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ, ໂດຍແມ່ນອົງການຜູ້ຕາງໜ້າສູງສຸດຂອງ ປຊຊ, ອົງການສິດອຳນາດແຫ່ງລັດສູງສຸດຂອງປະເທດ ສສ ຫວຽດນາມ, ສະພາແຫ່ງຊາດຫວຽດນາມ ຕ້ອງເສີມຂະຫຍາຍບັນດາຜົນງານ ແລະ ປະສົບການໃນຕະຫຼອດ 75 ປີຜ່ານມາ, ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງປະເທດຊາດໃນໄລຍະໃໝ່ເປັນຢ່າງດີ.

(ພາບ:TTXVN) ເລີ່ມຕົ້ນບົດກ່າວປາໄສ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ຈະເປີດໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງທີ່ດີງາມ ຂອງການເຄື່ອນໄຫວສະພາແຫ່ງຊາດ.
TAG
VOV/VOVworld/ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ/ສ້າງຂີດໝາຍສະເພາະ/ອົງການຜູ້ຕາງໜ້າສູງສຸດຂອງ ປຊຊ/
Related








