VOV WorldVOV World
ສະ​ພາບ​ການ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ-​ລັດ​ເຊຍ
21/02/2025 08:03
(VOVWORLD) - ການພົວພັນລະຫວ່າງ ອາເມລິກາ-ລັດເຊຍ ພວມມີບັນດາບາດກ້າວຫັນປ່ຽນທີ່ໜ້າສົນໃຈ. ເລື່ອງບັນດາເຈົ້າໜ້າທີ່ອະວຸໂສ ອາເມລິກາ ແລະ ລັດເຊຍ ເມື່ອວັນທີ 18 ກຸມພາ ໄດ້ດຳເນີນການເຈລະຈາຄັ້ງທຳອິດຢູ່ Ryiadh (Saudi Arabia) ນັບແຕ່ເມື່ອເກີດການປະທະກັນຢູ່ ຢູແກຼນ ໃນເດືອນກຸມພາ ປີ 2022 ແມ່ນເຫດການທີ່ເປັນບາດລ້ຽວ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ, ພ້ອມທັງຈະສາມາດກະທົບຢ່າງແຮງຕໍ່ສະພາບການເມືອງ ແລະ ຄວາມໝັ້ນຄົງສາກົນໃນປະຈຸບັນ.
ສະ​ພາບ​ການ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ-​ລັດ​ເຊຍ
ການເຈລະຈາຂອງຄະນະຜູ້ແທນ ອາເມລິກາ-ລັດເຊຍ ຢູ່ Saudi Arabia ໃນວັນທີ 18/02 (ພາບ: Reuters )    ໂດຍໄດ້ດຳເນີນໄປໃນເວລາບໍ່ຮອດ 1 ອາທິດ ພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງທ່ານປະທານາທີບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທີບໍດີ ລັດເຊຍ Vladimir Putin ນັ້ນ, ການເຈລະຈາຢູ່ Ryiadh ໃຫ້ເຫັນວ່າ ທັງ ອາເມລິກາ ແລະ ລັດເຊຍ ລ້ວນແລ້ວແຕ່ໄດ້ຕີລາຄາສູງເລື່ອງເຊື່ອມຕໍ່ບັນດາການພົບປະໂດຍກົງ ພາຍຫຼັງເວລາຍາວນານທີ່ສອງປະເທດ ໄດ້ຕົກເຂົ້າສູ່ສະພາບສູ້ຢັນກັນຢ່າງແຮງ. ທ່ານ Trump (ຊ້າຍ) ແລະ ທ່ານ Putin (ຂວາ) (ພາບ: Getty Images )  
TAG
VOV/VOVworld/ທ່ານ Sergey Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ/ທ່ານປະທານາບໍດີ ຝະລັ່ງ Emmanuel Macron ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer/ອາເມລິກາ ແລະ ລັດເຊຍ/ທ່ານນາງ Angela Stent/ຜູ້ຊ່ຽວຊານຄົ້ນຄ້ວາ ເອີລົບ ຂອງສະຖາບັນ Brookings/ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio

More