ສະພາບການການເຕີບໂຕເສດຖະກິດທົ່ວໂລກໃນໄລຍະ 6 ເດືອນທ້າຍປີ
15/08/2025 13:06
(VOVWORLD) - ຫວ່າງແລ້ວນີ້, ບັນດາທະນາຄານການລົງທຶນ, ກຸ່ມບໍລິສັດການເງິນທົ່ວໂລກໄດ້ຄາດຄະເນວ່າການເຕີບໂຕທົ່ວໂລກຈະຊັກຊ້າລົງໃນທ້າຍປີ 2025 ຍ້ອນຄວາມຂາດສະຖຽນລະພາບດ້ານເສດຖະກິດດທີ່ເລີ່ມມາຈາກການຄວາມເຄັ່ງຕຶງດ້ານພາສີອາກອນ ແລະ ພູມີສາດການເມືອງ. ເຖິງຢ່າງໃດກໍຕາມ, ກໍ່ມີພື້ນຖານເສດຖະກິດໃຫຍ່ຈຳນວນໜຶ່ງໄດ້ຮັບຮູ້ບັນດາສັນຍານການເຕີບໂຕທີ່ມີຄວາມເປັນໄປໄດ້ສູງ.

ພາບປະກອບ: THX/TTXVN ຕາມການຄາດຄະເນໂດຍບັນດາທະນາຄານການເງິນແຖວໜ້າໂລກລວມມີ UBS, Goldman Sachs ແລະ Morgan Stanley ຍົກອອກມາໃນອາທິດຜ່ານມາ, ການເຕີບໂຕທົ່ວໂລກຄາດວ່າຈະເໜັງຕີງແຕ່ 2,5% (ການຄາດຄະເນຂອງ UBS, Goldman Sachs) ຫາ 2,9% (ຂອງ Morgan Stanley) . ຕົວເລກນີ້ຕ່ຳກ່ວາບັນດາການຄາດຄະເນກ່ອນນັ້ນຂອງ ກອງທຶນເງິນຕາສາກົນ(IMF)..
TAG
VOV/VOVworld/ອາເມລິກາ/ເສດຖະກິດ
Related








