VOV WorldVOV World
ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ອາບ​ກາ​ນີ​ສະ​ຖານ ພາຍຫຼັງ ອາ​ເມ​ລິ​ກາ ແລະ ສຳ​ພັນ​ທະ​ມິດ​ຖອນ​ທະ​ຫານ
13/07/2021 07:28
(VOVWORLD) -ກໍ່ຖືກກັບຄວາມວິຕົກກັງວົນຂອງວົງການນັກໄຈ້ແຈກ, ກຳລັງ ຕາລີບານ ພວມເພີ່ມທະວີບັນດາການບຸກໂຈມຕີ ແລະ ຍາດຄືນສິດຄວບຄຸມເຂດດິນແດນຫຼາຍແຫ່ງຢູ່ ອາບການີສະຖານ. ການລຸກຮຶ້ຂຶ້ນຂອງ ຕາລີບານ ໄດ້ຮັບການຊຸກຍູ້ ໃນສະພາບການທີ່ກຳລັງທະຫານປະສົມສາກົນ ໂດຍ ອາເມລິກາ ນຳໜ້າ ໄດ້ຄ່ອຍໆປະຕິບັດ ແຜນການຖອນທະຫານທັງໝົດ ອອກຈາກສະໜາມຮົບແຫ່ງນີ້ສຳເລັດ.
ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ອາບ​ກາ​ນີ​ສະ​ຖານ ພາຍຫຼັງ ອາ​ເມ​ລິ​ກາ ແລະ ສຳ​ພັນ​ທະ​ມິດ​ຖອນ​ທະ​ຫານ
  ທະຫານລາດທ້ອງຖິ່ນຈັບອາວຸດໜູນຊ່ວຍກຳລັງ ອາບການີສະຖານ ໃນການຕໍ່ສູ້ຕ້ານ ຕາລີບານຢູ່ ແຂວງ Herat (ພາບ: Reuters )      ໃນທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ ຕາລີບານ ທ່ານໜຶ່ງໄດ້ປະກາດວ່າ, ກຳລັງນີ້ ຍາດໄດ້ສິດຄວບຄຸມໃນເຂດດິນແດນ ອາບການີສະຖານ ປະມານ 85%. ເຖິງວ່າ, ວົງການເຈົ້າໜ້າທີ່ ອາບການີສະຖານ ໄດ້ປະຕິເສດຂ່າວດັ່ງກ່າວໂດຍທັນທີກໍ່ຕາມ, ແຕ່ມັນຍັງເຮັດໃຫ້ຫຼາຍຄົນຕອ້ງຢ້ຳຄືນຄວາມສ່ຽງທີ່ບັນດານັກຊ່ຽວຊານໄດ້ກ່າວເຕືອນແຕ່ກ່ອນແລ້ວວ່າ: ເຂດດິນແດນ ອາບການີສະຖານ ທັງໝົດ ອາດຈະຕົກເຂົ້າສູ່ກຳມືຂອງພວກທະຫານກະບົດໂດຍໄວ ພາຍຫຼັງ ອາເມລິກາ ແລະ ສຳພັນທະມິດ ໄດ້ຖອນກຳລັງທະຫານອອກຈາກເຂດດິນແດນແຫ່ງນີ້ສຳເລັດ   ອາເມລິກາ ຈະຖອນທະຫານອອກຈານ ອາບການີສະຖານ ສຳເລັດໃນເດືອນ 8/2021. (ພາບ: ABC News )
TAG
VOV/VOVworld/ອາບການີສະຖານ/ອາເມລິກາ ແລະ ສຳພັນທະມິດ/ຖອນນັກຮົບ/ແຂວງ Herat/ຕາລີບານ