VOV WorldVOV World
ສາ​ມັກ​ຄີ​ກັນ​ຮ່ວມ​ແຮງ​ຮ່​ວ​ມ​ໃຈ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
04/08/2021 09:32
(VOVWORLD) - ວັນທີ 29 ກໍລະກົດ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫາກໍອອກຄຳຮຽກຮ້ອງພໍ່ແມ່ປະຊາຊົນ, ສະຫາຍ, ນັກຮົບທົ່ວປະເທດ ແລະ ພໍ່ແມ່ພີ່ນ້ອງຊົນຫວຽດນາມ ອາໄສຢູ່ຕ່າງປະເທດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19, ດ້ວຍຈິດໃຈ “ຕ້ານໂລກລະບາດໂຄວິດ - 19 ຄືຕ້ານສັດຕູ”, ຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່ ໄດ້ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ເສີມຂະຫຍາຍມູນເຊື້ອຮັກແພງ, ອຸ້ນຊູຊ່ວຍເຫຼືອເຊິ່ງກັນແລະກັນ, ສາມັກຄີແຫ່ງຊາດ, ອັນໄດ້ສ້າງເປັນກຳລັງແຮງ ແລະ ຄວາມເຊື່ອໝັ້ນ ເພື່ອໃຫ້ ຫວຽດນາມ ຜ່ານຜ່າໂລກລະບາດໂຄວິດ - 19 ຢ່າງໝັ້ນຄົງ.
ສາ​ມັກ​ຄີ​ກັນ​ຮ່ວມ​ແຮງ​ຮ່​ວ​ມ​ໃຈ​ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພາບປະກອບ: Nhandan.vn
TAG
VOV/VOVworld/ໂລກ​ລະ​ບາດ​ໂຄວິດ - 19