ສ້າງບາດກ້າວບຸກທະລຸເພື່ອໃຫ້ເສດຖະກິດເອກະຊົນພັດທະນາ
10/03/2025 08:54
(VOVWORLD) - ເສດຖະກິດເອກະຊົນສວມບົດບາດແກ່ນສານໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ, ໂດຍໄດ້ສະແດງຜ່ານບັນດາການປະກອບສ່ວນສຳຄັນເຂົ້າໃນ GDP, ສ້າງວຽກເຮັດງານທຳ, ຊຸກຍູ້ນະວັດຕະກຳ, ຍົກສູງສະມັດຕະພາບການອອກແຮງງານ, ເປີດກວ້າງຕະຫຼາດ, ປະກອບສ່ວນເຂົ້າໃນງົບປະມານແຫ່ງລັດ… ເພື່ອບັນລຸໄດ້ເປົ້າໝາຍເຕີບໂຕ 2 ຕົວເລກໃນໄລຍະຈະມາເຖິງ, ຫວຽດນາມ ຈະມີຍຸດທະສາດພັດທະນາເສດຖະກິດເອກະຊົນຢ່າງຈະແຈ້ງ, ໃນນັ້ນ ຕ້ອງມີບາດກ້າວບຸກທະລຸກ່ຽວກັບຈິນຕະນາການ, ຄວາມຮັບຮູ້ ແລະ ການເຄື່ອນໄຫວ. ສານດັ່ງກ່າວໂດຍການນຳພັກ, ລັດຖະບານ ໄດ້ຢັ້ງຢືນໃນຊຸມວັນຜ່ານມາ, ອັນໄດ້ສ້າງຄວາມເຊື່ອໝັ້ນ ແລະ ກຳລັງໜູນຢ່າງແຮງໃຫ້ແກ່ບັນດາວິສາຫະກິດ ເອກະຊົນ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໃນການເຮັດວຽກກັບຄະນະນະໂຍບາຍ ແລະ ຍຸດທະສາດສູນກາງ (ພາບ: chinhphu.vn)
TAG
VOV/VOVworld/ເສດຖະກິດເອກະຊົນ/ນະໂຍບາຍ/ພັດທະນາ
Related








