ສ້າງລັດຖະບານແຫ່ງການປ່ຽນແປງໃໝ່, ມີການກະທຳ, ຮັບໃຊ້ປະຊາຊົນ
18/08/2021 09:12
(VOVWORLD) - ວັນທີ 11 ສິງຫາ ທີ່ຜ່ານມາ, ລັດຖະບານ ອາຍຸການ 2021 – 2026 ໄດ້ຈັດກອງປະຊຸມຄົບຄະນະຄັ້ງທຳອິດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຍົກອອກຢ່າງຈະແຈ້ງຄວາມຕັດສິນໃຈໃນການສ້າງລັດຖະບານແຫ່ງການປ່ຽນແປງໃໝ່, ມີການກະທຳ, ມີປະສິດທິຜົນ, ຮັບໃຊ້ປະຊາຊົນ. ກ່ອນໜ້ານັ້ນ, ນັບແຕ່ເວລາ ລັດຖະບານ ອາຍຸການ 2021 – 2026 ຫາກໍ່ໄດ້ຮັບການບູລະນະ, ຄວາມຕັດສິນໃຈນີ້ ໄດ້ສະແດງໃຫ້ເຫັນຜ່ານເລື່ອງລັດຖະບານ ສຸມທຸກແຫຼ່ງກຳລັງ, ຄວາມມານະພະຍາຍາມເພື່ອປ້ອງກັນຕ້ານໂລກລະບາດໂຄວິດ - 19, ແກ້ໄຂບັນດາຂໍ້ຕິດຂັດເພື່ອພັດທະນາເສດຖະກິດ.

ວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມທາງໄກ ລະຫວ່າງ ລັດຖະບານ ກັບບັນດາທ້ອງຖິ່ນ ກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ພາບ: TTXVN)
TAG
VOV/VOVworld/ລັດຖະບານ/ປະຊາຊົນ
Related








