ສ້າງບັນດາກຳລັງໜູນພັດທະນາເພື່ອໃຫ້ເສດຖະກິດເຕີບໂຕລື່ນກາຍລະດັບ 8%
04/08/2025 08:36
(VOVWORLD) - ເປົ້າໝາຍການເຕີບໂຕ GDP ປີ 2025 ບັນລຸຈາກ 8,3 – 8,5% ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມຕັດສິນໃຈສູງຂອງລັດຖະບານເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຄວາມເຊື່ອໝັ້ນຕໍ່ກຳລັງພາຍໃນຂອງພື້ນຖານເສດຖະກິດໃນສະພາບການພາກພື້ນ ແລະ ທົ່ວໂລກຍັງມີການຜັນແປຫຼາຍຢ່າງ. ເພື່ອບັນລຸໄດ້ເປົ້າໝາຍນີ້, ໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດ ແມ່ນຕ້ອງລະດົມທຸກແຫຼ່ງກຳລັງໃຫ້ແກ່ການເຕີບໂຕ ແລະ ລັດຖະບານ ຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍໜ້າທີ່ນີ້.

ບົດລາຍງານລັດຖະບານກ່ຽວກັບສອງແຜນການເຕີບໂຕເສດຖະກິດໃໝ່ຂອງປີ 2025; ໃນນັ້ນ, ສະເໜີແນະສູ້ຊົນບັນລຸໄດ້ແຜນການທີ 2 (ໝາຍຄວາມວ່າບັນລຸລະດັບເຕີບໂຕ 8,3 – 8,5%), ການນຳກະຊວງການເງິນ ຢັ້ງຢືນວ່າ ພ້ອມກັບການຂຸດຄົ້ນກາລະໂອກາດຂອງຕະຫຼາດເພື່ອຊຸກຍູ້ການບໍລິໂພກ ແລະ ສົ່ງອອກ, ເວລານັ້ນ ການລົງທຶນສາທາລະນະຈະແມ່ນກຳລັງໜູນຕົ້ນຕໍ. ນີ້ແມ່ນຂົງເຂດທີ່ຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງຫຼາຍກວ່າອີກ, ຊ່ວຍໃຫ້ພື້ນຖານເສດຖະກິດບັນລຸໄດ້ລະດັບການເຕີບໂຕສູງກວ່າ ໃນ 6 ເດືອນທ້າຍປີ 2025.
TAG
VOV/VOVworld/ເຕີບໂຕເສດຖະກິດ/ກຳລັງໜູນພັດທະນາ
Related








