ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງພັດທະນາ ແລະ ອຸທິດສ່ວນ
12/03/2012 12:22
ໃນ 5 ປີຜ່ານມາ, ແມ່ຍິງໃນທົ່ວປະເທດທຸກຂັ້ນ ຍາມໃດກໍມານະພະຍາຍາມສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ, ຂະຫຍັນຂັນເຄື່ອນ, ຕັ້ງຫນ້າ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດ ປະກອບສ່ວນສຳຄັນເຂົ້າໃນຜົນງານພັດທະນາລວມຂອງປະເທດຊາດ.

(vovworld) - ແມ່ຍິງຫວຽດນາມ ສວມບົດບາດ, ທີ່ຕັ້ງສຳຄັນໃນປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ການບຳລຸງ ແລະ ຝຶກຝົນຫລໍ່ຫລອມກຳລັງແມ່ຍິງ, ເສີມຂະຫຍາຍກຳລັງແຮງ, ຍົກສູງສະຕິປັນຍາ ແລະ ເອົາໃຈໃສ່ຕໍ່ການພັດທະນາໃນທຸກດ້ານຂອງແມ່ຍິງ ແມ່ນຫນ້າທີ່ເປັນປະຈຳ ແລະ ສຳຄັນຂອງສະຫະພັນແມ່ຍິງຂັ້ນຕ່າງໆໃນທຸກສະໄໝແຫ່ງການປະຕິວັດ, ພິເສດແມ່ນໃນໄລຍະການປະຕິວັດປະຈຸບັນ. ເນື່ອງໃນໂອກາດດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດສະຫະພັນແມ່ຍິງຫວຽດນາມ ຊຸດທີ XI ຖືກໄຂຂຶ້ນໃນວັນທີ 12/03 ຢູ່ຮ່າໂນ້ຍ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ມີບົດຂຽນທີ່ມີຫົວຂໍ້ວ່າ: ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງພັດທະນາ ແລະ ອຸທິດສ່ວນ.
TAG
ສະຫະພັນແມ່ຍິງຫວຽດນາມ
Related








