VOV WorldVOV World
ສ້າງຖັນແຖວພະນັກງານມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່
27/05/2025 10:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນວ່າ: “ພະນັກງານ ແລະ ວຽກງານພະນັກງານແມ່ນບັນຫາ “ສຳຄັນຍິ່ງ”, “ຕັດສິນທຸກວຽກງານ”, “ພະນັກງານເປັນກົກຂອງທຸກວຽກງານ”
ສ້າງຖັນແຖວພະນັກງານມີກຳລັງຄວາມສາມາດຢ່າງພຽງພໍ ເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່
ມະຕິເລກທີ 18 ສູນກາງ ວ່າດ້ວຍ “ບາງບັນຫາກ່ຽວກັບເລື່ອງສືບຕໍ່ປ່ຽນແປງໃໝ່, ສັບຊ້ອນການຈັດຕັ້ງກົງຈັກລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ສັບຊ້ອນບັນລຸປະສິດທິຜົນ, ກົງຈັກເປັນກະທັດລັດ” ເຊິ່ງອຳນາດການປົກຄອງທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖ່ິ່ນຂອງ ຫວຽດນາມ ພວມຜັນຂະຫຍາຍປະຕິບັດ, ສວມບົດບາດສຳຄັນໃນການສ້າງຖັນແຖວພະນັກງານ, ແນໃສ່ຕອບສະໜອງຄວາມຮຽກຮ້ອງ ຕ້ອງການການ ພັດທະນາປະເທດຊາດ. ເມື່ອແລກປ່ຽນກັບບັນດານັກສຳມະນາກອນແມ່ນພະນັກງານໃນແຜນ ກຳມະການສູນກາງພັກຊຸດທີ XIV ກ່ຽວກັບສັງກາດບຸກບືນຂອງຊາດ ຫວຽດນາມ, ໃນວັນທີ 31 ຕຸລາ 2024, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢືນຢັນວ່າ: “ພະນັກງານ ແລະ ວຽກງານພະນັກງານແມ່ນບັນຫາ “ສຳຄັນຍິ່ງ”, “ຕັດສິນທຸກວຽກງານ”, “ພະນັກງານເປັນກົກຂອງທຸກວຽກງານ”, ແມ່ນປັດໄຈຕັດສິນໄຊຊະນະ ແລະ ປະລາໄຊຂອງການປະຕິວັດ. ການສ້າງຖັນແຖວພະນັກງານທີ່ມີກຳລັງຄວາມສາມາດຢ່າງພຽງພໍເພື່ອນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ ພວມວາງອອກຢ່າງຮີບເຮັ່ງ”.
TAG
VOV/VOVworld/​ກົງ​ຈັກ/​ກະ​ທັດ​ລັດ/​​ພະ​ນັກ​ງານ​/ບັນ​ຈຸ