VOV WorldVOV World
ສ້າງທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ ແລະ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​​ມາດ​ຕະ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ
23/06/2025 08:44
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຈີນ ຫຼີສຽງ ແລະ ທ່ານ Borge Brende ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານຂອງເວທີປາໄສເສດຖະກິດໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ (WEF) ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ ທຽນຈີນ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 24 – 27 ມິຖຸນາ. ເຫດການນີ້ ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ປະເທດເຈົ້າພາບ ຈີນ, ສ້າງທ່ວງທ່າໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດ - ຈີນ, ພ້ອມທັງແມ່ນໂອກາດເພື່ອໃຫ້ ຫວຽດນາມ ເປັນເຈົ້າການປະກອບສ່ວນເຂົ້າໃນການແລກປ່ຽນ, ປຶກສາຫາລືຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາບັນຫາເສດຖະກິດ, ການພັດທະນາຂອງພາກພື້ນ ແລະ ທົ່ວໂລກ.
ສ້າງທ່ວງ​ທ່າ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ຈີນ ແລະ ເປັນ​ເຈົ້າ​ການ​ປະ​ກອບ​ສ່ວນ​​ມາດ​ຕະ​ການ​ແກ້​ໄຂໃຫ້​ແກ່​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ທົ່ວ​ໂລກ
ທ່ານນາຍົກລັດຖະມົນຕີ ຫວຽດນາມ  ຟ້າມມິງຈິງ (ພາບ: VGP)
TAG
VOV/VOVworld/WEF/ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ/ຫວຽດ​ນາມ - ຈີນ