VOV WorldVOV World
ສະແຫວງຫາແຫລ່ງກຳລັງແຮງຫລາຍກວ່າໃຫ້ແກ່ການພັດທະນາປະເທດຊາດ
18/02/2013 08:04
​ເພີ່​ມທະວີ​ການ​ພົວພັນ​ກັບຕ່າງປະ​ເທດ​ຮັບ​ໃຊ້​ເສດຖະກິດ​ແມ່ນ​ຫນຶ່ງ​ໃນ 5 ຫນ້າ​ທີ່​ຈຸດ​ສຸມ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ແຫ່ງ​ຊາດ​ຂອງ ຫວຽດນາມ ​ໃນ​ປີ 2013
ສະແຫວງຫາແຫລ່ງກຳລັງແຮງຫລາຍກວ່າໃຫ້ແກ່ການພັດທະນາປະເທດຊາດ
(vovworld) - ​ເພີ່​ມທະວີ​ການ​ພົວພັນ​ກັບຕ່າງປະ​ເທດ​ຮັບ​ໃຊ້​ເສດຖະກິດ​ແມ່ນ​ຫນຶ່ງ​ໃນ 5 ຫນ້າ​ທີ່​ຈຸດ​ສຸມ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ແຫ່ງ​ຊາດ​ຂອງ ຫວຽດນາມ ​ໃນ​ປີ 2013 ກໍ​ຄື​ໃນ​ໄລຍະ​ໃຫມ່, ​ເພື່ອ​ສະ​ແຫວ​ງຫາບັນດາ​ແຫ​ລ່ງກຳລັງ​ອັນໃຫຍ່ຫລວງ​ກວ່າ​ໃຫ້​ແກ່​ກາ​ນພັດທະນາ​ປະ​ເທດ​ຊາດ. ຍາດ​ແຍ່ງ​ກາລະ​ໂອກາດ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ຂຸດ​ຄົ້ນ​ບັນດາ​ຕະຫລາດ​ໃຫມ່​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫລວງ, ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຕ້ອງ​ມີ​ການ​ຫນູນ​ຊ່ວຍ, ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ກັບ​ຕ່າງປະ​ເທດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເອົ​າ​ໃຈ​ໃສ່​ຕົ້ນຕໍ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງແມ່ນ​ຄວາມ​ຕັດສິນ​ໃຈ​ຂອງ​ຂະ​ແຫນງ​ການ​ທູດ ຫວຽດນາມ ​ໃນ​ປີ 2013 ​ທ່ານ ຟ້າ​ມບິ່ນ​ມີນ ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ​ໄດ້ຢືນຢັນ​ຄື​ດັ່ງກ່າວເນ່ືອງ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່​ປີ​ມະ​ເສ​ງ 2013 ​ໃນ​ລາຍການ​ປະຊາຊົນ​ຕັ້ງ​ຄຳຖາມ, ລັດຖະມົນຕີ​​ໃຫ້​ຄຳຕອບ​. ນັກ​ຂ່າວ ​ແອນ​ຮ່ວຽນ ຄັດ​ສະ​ເຫ​ນີບາງ​ເນື້ອ​ໃນ​ຂອງ​ລາຍການ​ນີ້. ​
TAG
ພົວພັນກັບຕ່າງປະເທດ