VOV WorldVOV World
ສະພາສູງອາເມລິກາປະຕິເສດຂໍ້ສະເຫນີຮ່າງກົດໝາຍປະຕິຮູບສາທາລະນະສຸກ Obamacare
02/10/2013 08:54
(vovworld)-​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວ​ລາ 17 ປີຜ່ານມາ, ບັນດາ​ອົງການ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຍ້ອນບໍ່​ມີ​ງົບປະມານ
ສະພາສູງອາເມລິກາປະຕິເສດຂໍ້ສະເຫນີຮ່າງກົດໝາຍປະຕິຮູບສາທາລະນະສຸກ Obamacare
(vovworld)-​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເວ​ລາ 17 ປີຜ່ານມາ, ບັນດາ​ອົງການ​ລັດຖະບານ​ສະຫະລັດ​ອາ​ເມ​ລິ​ກາ ຕ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ຍ້ອນບໍ່​ມີ​ງົບປະມານ. ຕອນ​ທ່ຽງ​ວັນ​ທີ 1/10 ຕາ​ມ​ເວລາ​ຫວຽດນາມ, ດ້ວຍ​ບັດ​ຄ້ານ 54 ບັດ ​ແລະ ບັດ​ເຫັນ​ດີ 46, ​ບັນດາ​ສະມາຊິກ​ສະພາ​ຂຶ້ນ​ກັບ​ຝ່າຍ​ພັກປະຊາທິປະ​ໄຕ​ກວມ​ເອົາ​ທີ່​ນັ່ງ​ສ່ວນ​ຫລາຍ​ໄດ້​ປະຕິ​ເສດ​ຂໍ້​ສະ​ເຫ​ນີຂອງ​ສະພາ​ຕຳ່ ​ໂດຍ​ຝ່າຍ​ພັກສາ​ທາ​ລະນະ​ລັດ​ຄວບ​ຄຸມ ກ່ຽວ​ກັບ​ການ​ຕໍ່​ກຳນົດ​ເວລາ​ອີກ​ຫນຶ່ງ​ປີ​ສຳລັບ​ຮ່າງ​ປະຕິ​ຮູບ​ສາທາລະນະ​ສຸກ Obamacare ​ເພື່ອ​ເພີ່ມ​ງົບປະມານ​ໃຫ້​ແກ່​ລັດຖະບານ​ສະຫະລັດ ຫລັງ​ວັນ​ທີ 30/9. ສິ່ງ​ດັ່ງກ່າວ​ໄດ້​ພິສູ​ດ​ໃຫ້​ເຫັນ​ການ​ສູ້​ຢັນ​ລະຫວ່າງ​ພັກສາ​ທາ​ລະນະ​ລັດທີ່​ພວມ​ຄວບ​ຄຸ​ມຢູ່​ສະພາ​ຕຳ່ ກັບ​ພັກ​ປະຊາທິປະ​ໄຕ​ກວມ​ເອົາ​ທີ່​ນັ່ງ​ສ່ວນ​ຫລາຍ​ຢູ່​ສະພາ​ສູງ.
TAG
vovworld/vov/ພັກການ/ຢຸດການເຄື່ອນໄຫວ/ອັດປະຕູ/ລັດຖະບານອາເມລິກາ