ສະຖານະການຢູ່ພາກພື້ນຕາເວັນອອກກາງ ພາຍຫຼັງ ອິດສະຣາແອັນ, ສະຫະລັດ ອາຣັບ ເອມມີເລດ ແລະ ບາເຣັນ ບັນລຸໄດ້ຂໍ້ຕົກລົງສັນຕິພາບ
18/09/2020 09:35
(VOVWORLD) -ໂດຍຜ່ານຜ່າຄວາມເຄັ່ງຮ້ອນຂອງວິກິດການທົ່ວໂລກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ ພ້ອມດ້ວຍຫຼາຍບັນຫາສາກົນພົ້ນເດັ່ນອື່ນໆ ຄື ຍີ່ປຸ່ນ ມີນາຍົກລັດຖະມົນຕີຄົນໃໝ່ ຫຼື ກອງປະຊຸມສຸດຍອດທາງອອນລາຍ ຈີນ - ອີຢູ ບໍ່ບັນລຸໄດ້ໝາກຜົນຄືດັ່ງຄວາມຫວັງ, ເຫດການ ລັດ ອິດສະຣາແອັນ ແລະ ສອງປະເທດ ອາຣັບ ແມ່ນ ສະຫະລັດ ອາຣັບ ເອັມມີເລດ ( UAE) ແລະ ບາເຣັນ ລົງນາມໃນຂໍ້ຕົກລົງຫັນການພົວພັນເປັນປົກກະຕິ ຢູ່ນະຄອນຫຼວງ ວໍຊີງຕັນ, ອາເມລິກາ ໃນວັນທີ 15 ກັນຍາ ໄດ້ກາຍເປັນຈຸດໃຈກາງດຶງດູດຄວາມສົນໃຈຈາກຫາງສຽງສາກົນໃນຊຸມວັນນີ້. ສາຍເຫດແມ່ນ ເຫດການດັ່ງກ່າວໄດ້ສ້າງຂີດໝາຍແຫ່ງການປ່ຽນແປງສະຖານະການພູມສາດການເມືອງ ຢູ່ ພາກພື້ນ ຕາເວັນອອກກາງ ຫຼາຍພໍສົມຄວນ, ເຊິ່ງເປັນໜຶ່ງໃນບັນດາຈຸດຮ້ອນເຮັ່ງຂອງໂລກໃນຫຼາຍທົດສະວັດຜ່ານມາ.

ທີ່ພິທີ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທໍານຽບຂາວ ແລະ ມີຜູ້ແທນປະມານ 200 ທ່ານເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netayahu ໄດ້ລົງນາມໃນຂໍ້ຕົກລົງສອງສະບັບໃນເວລາດຽວກັນ ກ່ຽວກັບການຫັນການພົວພັນເປັນປົກກະຕິ ກັບ ທ່ານລັດຖະມົນຕີການຕ່າງປະເທດ ບາເຣັນ Abullatif Bin Rashid Al Zayani ແລະ ທ່ານລັດຖະມົນຕີການຕ່າງປະເທດ UAE Sheikh Abdullah Bin Zayed Al Nahyan. ສໍາລັບເຫດການດ່ັງກ່າວ, UAE ແລະ ບາເຣັນ ກາຍເປັນປະເທດ ອາຣັບ ທີ 3 ແລະ ທີ 4 ທີ່ລົງນາມໃນຂໍ້ຕົກລົງຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ, ຖັດຈາກ ອີຢິບ (ປີ 1979) ແລະ ຈໍແດນ (ປີ 1994). ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມຊົມເຊີຍ ແລະ ຖືວ່າ ນີ້ແມ່ນບາດກ້າວເດີນໃຫຍ່ ເພື່ອມຸ່ງໄປເຖິງອະນາຄົດ ເຊິ່ງຢູ່ໃນນັ້ນແມ່ນປະຊາຊົນທຸກຄົນທີ່ມີການເຫຼື້ອມໃສ, ເຊື່ອຖືສາສະໜາ, ກົກເຄົ້າໃດກໍຕາມ ກໍຈະດໍາລົງຊີວິດຢູ່ຮ່ວມກັນຢ່າງມີສັນຕິພາບ ແລະ ວັດທະນາຖາວອນ. ຜູ້ນໍາໜ້າປະເທດ ອາເມລິກາ ຖືວ່າ ເຫດການດັ່ງກ່າວ ຈະເຮັດໃຫ້ປ່ຽນແປງຂະບວນວິວັດຄັ້ງປະຫວັດສາດ, ສ້າງຂີດໝາຍໃຫ້ແກ່ອະນາຄົດທີ່ສົດໃສໃໝ່ຂອງພາກພື້ນ ຕາເວັນອອກກາງ ພາຍຫຼັງຖືກແບ່ງແຍກ ແລະ ປະທະກັນມາໄດ້ຫຼາຍທົດສະວັດ. ພິເສດ, ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ, ຖັດຈາກ UAE ແລະ ບາເຣັນ ແລ້ວ, ຈະມີ 7 ຫາ 9 ປະເທດ ອາຣັບ ຕື່ມອີກ ກຽມພ້ອມທີ່ຈະຕົກລົງຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ.
TAG
VOV/VOVworld/ອິດສະຣາແອັນ/ປາແລັດສະຕິນ/ສະຫະລັດ ອາຣັບ ເອັມມີເລດ/ບາເຣັນ/ຂໍ້ຕົກລົງ
Related
More








