ສິ່ງທ້າທາຍໃຫຍ່ຕໍ່ບັນດາເປົ້າໝາຍພັດທະນາແບບຍືນຍົງທົ່ວໂລກ
15/07/2025 08:53
(VOVWORLD) - ພ້ອມກັບຄວາມກ້າວໜ້າຈຳນວນໜຶ່ງທີ່ບັນລຸໄດ້ນັ້ນ, ບົດລາຍງານຂອງສະຫະປະຊາຊາດກໍ່ຊີ້ອອກສິ່ງທ້າທາຍຫຼາຍຢ່າງໃນວິວັດການປະຕິບັດສຳເລັດບັນດາ SDGs ໃນປີ 2030.

ບົດລາຍງານປະຈຳປີທີ່ໄດ້ປະກາດໃນວັນທີ 14 ກໍລະກົດ, ສະຫະປະຊາຊາດໃຫ້ຮູ້ວ່າ ມີຫຼາຍເປົ້າໝາຍພັດທະນາແບບຍືນຍົງ (SDGs) ໃນໂຄງການດຳເນີນງານ 2030 ພວມປະສົບກັບສິ່ງທ້າທາຍຢ່າງໃຫຍ່ຫຼວງ, ຮຽກຮ້ອງຕ້ອງມີບັນດາການກະທຳຢ່າງຮີບດ່ວນ, ເດັດດ່ຽວຂອງບັນດາປະເທດ ແລະ ປະຊາຄົມສາກົນ. ບົດລາຍງານກ່ຽວກັບຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ທີ່ສະຫະປະຊາຊາດປະກາດໃນຂອບເຂດເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງ (HLPF), ໄຂຂຶ້ນໃນວັນທີ 14 ກໍລະກົດ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ. ນີ້ກໍ່ແມ່ນບົດລາຍງານປະຈຳປີທີ 10 ຂອງສະຫະປະຊາຊາດ ນັບແຕ່ 17 SDGs ຖືກນຳເຂົ້າໂຄງການດຳເນີນງານ 2030 ຂອງອົງການນີ້ເມື່ອປີ 2015.
TAG
VOV/VOVworld/ພະລັງງານ/ດີຈີຕອນ/ການສຶກສາ/ຊີວິດສັງຄົມ
Related








