ສິ່ງທ້າທາຍທີ່ມີຕໍ່ທ່ານ Donald Trump ປະທານາທິບໍດີຄົນໃໝ່ຂອງອາເມລີກາ
20/01/2017 12:35
ວັນທີ 20/1, ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງຂອງອາເມລີກາ Donald Trump ໄດ້ສະບານຕົວເຂົ້າດຳລົງຕຳແໜ່ງ ແທນໃຫ້ທາ່ນ Barack Obama ເພື່ອກາຍເປັນປະທານານິບໍດີຄົນທີ 45 ຂອງອາເມລິກາ

ວັນທີ 20/1, ປະທານາທິບໍດີຜູ້ໄຊຊະນະໃນການເລືອກຕັ້ງຂອງອາເມລີກາ Donald Trump ໄດ້ສະບານຕົວເຂົ້າດຳລົງຕຳແໜ່ງ ແທນໃຫ້ທາ່ນ Barack Obama ເພື່ອກາຍເປັນປະທານານິບໍດີຄົນທີ 45 ຂອງອາເມລິກາຊຶ່ງກໍມີຄວາມໝາຍປຽບເໝືອນກັບເລື່ອງທ່ານ Donald Trump ຕ້ອງປະເຊີນໜ້າກັບສິ່ງທ້າທາຍທາງດ້ານການເມືອງ, ເສດຖະກິດຫຼາຍຢ່າງ, ໃນນັ້ນລວມທັງການແກ້ໄຂສາຍພົວພັນກັບຕ່າງປະເທດ ເພື່ອເຮັດແນວໃດຈະນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ອາເມລິກາ. ນີ້ແມ່ນໜ້າທີ່ບໍ່ງ່າຍດາຍແຕ່ຢ່າງໃດ. ທ່ານ Donald Trump ປະທານານິບໍດີຄົນທີ 45 ຂອງອາເມລິກາ ບັນດາສິ່ງທ້າທາຍດ້ານການຕ່າງປະເທດຊຶ່ງວົງການນັກໄຈ້ແຍກໄດ້ໃຫ້ຂ້ໍສັງເກດ ຈະກໍ່ຄວາມຫຍຸ້ງຍາກໃຫ້ແກ່ ປະທານານິບໍດີຄົນທີ 45 ຂອງອາເມລິກາ, ນັ້ນແມ່ນການແກ້ໄຂການພົວພັນກັບລັດເຊຍ, ຈີນ, ສະຫະພາບເອີລົບ, ບັນຫານິວເຄຼຍຂອງ ສ.ປ.ປ.ເກົາຫຼີ, ຊີຣີ, ບັນຫາການຄ້າເສລີ….
TAG
vovworld/ອາເມລິກາ
Related








