VOV WorldVOV World
ສົງຄາມ Nagorno-Karabakh ເກີດການປະທະກັນອັນຕະລາຍ
29/09/2020 08:46
(VOVWORLD) -ໃນຊຸມມື້ທ້າຍເດືອນ ກັນຍາ ນີ້, ຢູ່ເຂດ Nagorno-Karabakh ພັດກາຍເປັນຈຸດຮ້ອນເຮັ່ງຂອງໂລກ, ເມື່ອກອງທັບ ອາເມນີ ແລະ ອາແຊກໄບຊານ ເກີດການປະທະກັນຢ່າງຮ້າຍແຮງ
ສົງຄາມ Nagorno-Karabakh ເກີດການປະທະກັນອັນຕະລາຍ
ໃນຊຸມມື້ທ້າຍເດືອນ ກັນຍາ ນີ້, ຢູ່ເຂດ Nagorno-Karabakh ພັດກາຍເປັນຈຸດຮ້ອນເຮັ່ງຂອງໂລກ, ເມື່ອກອງທັບ ອາເມນີ ແລະ ອາແຊກໄບຊານ ເກີດການປະທະກັນຢ່າງຮ້າຍແຮງ, ນຳໃຊ້ບັນດາອາວຸດສົງຄາມໜັກຄື ລົດຖັງ, ປືືນໃຫຍ່ຍິງໄລຍະຍາວ ແລະ ນັບທັງເຮືອບິນສູ້ຮົບ. ມີຫຼາຍຄວາມວິຕົກກັງວົນວ່າ, ຖ້າຫາກບໍ່ໄດ້ສະກັດກັ້ນຢ່າງທັນການ, ການປະທະກັນໃນປະຈຸບັນອາດຈະປິນຂັ້ນໄດຂຶ້ນລະດັບຮ້າຍແຮງກວ່າຢູ່ທັງພາກພື້ນ.         ເລື່ອງເກີດການປະທະກັນແມ່ນໃນວັນທີ 27 ກັນຍາ, ເມື່ອກອງທັບ 2 ປະເທດ ກ່າວຫາກັນວ່າ ໄດ້ປຸກລະດົມການບຸກໂຈມຕີກ່ອນແນໃສ່ບັນດາເປົ້າໝາຍຢູ່ Nagorno-Karabakh, ເຊິ່ງແມ່ນເຂດທີ່ເກີດການຂັດແຍ້ງກັນໃນຫຼາຍປີຜ່ານມາລະຫວ່າງ 2 ຝ່າຍ. ບັນດາການບຸກໂຈມຕີທາງອາກາດ ແລະ ການຍິງປືນໃຫຍ່ໃສ່ກັນລະຫວ່າງ 2 ຝ່າຍ ເຊິ່ງໄດ້ຮັບຖືວ່າໄດ້ກໍ່ຄວາມເສຍຫາຍຫຼາຍຢ່າງສຳລັບທັງ 2 ປະເທດ. ໃນແຈ້ງການວັນທີ 28 ກັນຍາ, ກະຊວງປ້ອງກັນປະເທດ ອາແຊກບາຍຊານ ຢືນຢັນວ່າ, ໄດ້ດັບສູນທະຫານ 550 ຄົນ, ລົດຫຸ້ມເກາະ 22 ຄັນ, ໜ່ວຍປ້ອງກັນອາກາດ 15 ໜ່ວຍ, ເຮືອນບິນບໍ່ມີຄົນຂັບ 15 ລຳ, 8 ຖານປືນໃຫຍ່ ແລະ ສາງລູກປືນ 3 ແຫ່ງຂອງ ອາກເມນີ. ສ່ວນກອງທັບອາກເມນີ ໃຫ້ຮູ້ວ່າ, ຝ່າຍກົງກັນຂ້າມສູນເສຍທະຫານ 200 ຄົນ, ລົດຫຸ້ມເກາະ 30 ຄັນ, ພ້ອມທັງປະຕິເສດຈຳນວນຜູ້ເສຍຊີວິດ, ຜູ້ຮັບບາດເຈັບ ແລະ ຄວາມເສຍຫາຍເຊິ່ງ ອາແຊກໄບຊານ ໄດ້ປະກາດ, ໂດຍຍອມຮັບວ່າ ມີທະຫານເສຍຊີວິດພຽງແຕ່ 16 ຄົນ ແລະ ຖືກຈັບບາດເຈັບ 100 ຄົນເທົ່ານັ້ນ. ພ້ອມກັນນັ້ນ, ກອງທັບ 2 ປະເທດໄດ້ປະກາດບັນດາເທບວີດີໂອ, ພາບຖ່າຍກ່ຽວກັບການບຸກໂຈມຕີແນໃສ່ກຳລັງສັດຕູຝ່າຍກົງກັນຂ້າມ ເຊິ່ງຖືເອົາເປັນພະຍານຫຼັກຖານຢືນຢັນຄວາມເສຍຫາຍຂອງຝ່າຍກົງກັນຂ້າມ
TAG
VOV/VOVworld/ຜູ້ຮັບ​ບາດ​ເຈັບ/ລົດ​ຫຸ້ມ​ເກາະ/ອາ​ແຊກໄບ​ຊານ

More