ຊຸກຍູ້ການຮ່ວມມືຍາວນານ, ມີປະສິດທິຜົນ ລະຫວ່າງ ຫວຽດນາມ ກັບ ສະຫະພັນ ລັດເຊຍ ແລະ ສ.ເບລາຣຸດ
07/05/2025 10:23
(VOVWORLD) - ໃນລະຫວ່າງວັນທີ 8 – 12 ພຶດສະພາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ສະຫະພັນ ລັດເຊຍ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດ ທີ່ຍິ່ງໃຫຍ່ (9/5/1945-9/5/2025) ແລະ ຢ້ຽມຢາມທາງລັດຖະກິດ ຢູ່ສ.ເບລາຣຸດ. ການຢ້ຽມຢາມຢັ້ງຢືນລັກສະນະສືບທອດປະຫວັດສາດຂອງການພົວພັນລະຫວ່າງ ຫວຽດນາມ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ, ມຸ່ງໄປເຖິງ 4 ກ່ວາ ໃນການພົວພັນສອງຝ່າຍຄື ຍືນຍົງກ່ວາ, ມີປະສິດທິຜົນກ່ວາ, ແທ້ຈິງກ່ວາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດກ່ວາ.

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)
TAG
VOV/VOVworld/ຫວຽດນາມ/ ສະຫະພັນ ລັດເຊຍ/ສ.ເບລາຣຸດ
Related








