VOV WorldVOV World
ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ
24/04/2017 09:02
(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພວມ​ດຳ​ເນີນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການໃນ​ລະ​ຫວ່າງວັນ​ທີ 24 – 27/04.
ຊຸກຍູ້ການພົວພັນຮ່ວມມືມິດຕະພາບກັບບັນດາປະເທດບ້ານໃກ້ເຮືອນຄຽງທີ່ເປັນມູນເຊື້ອ
(vovworld) - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ພວມ​ດຳ​ເນີນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການໃນ​ລະ​ຫວ່າງວັນ​ທີ 24 – 27/04. ການ​ຢ້ຽມ​ຢາມ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ກັບ 2 ປະ​ເທດ​ພວມ​ໃນ​ທ່າ​ພັດ​ທະ​ນາ​ອັນ​ດີ​ງາມ, ສະ​ແດງ​ໃຫ້​ເຫັນ​ຫວຽດ​ນາມ ​ຖືກ​ເປັນ​ສຳ​ຄັນ​​ການ​ພົວ​ພັນ​ກັບ 2 ປະ​ເທດ​ບ້ານໃກ້​ເຮືອນ​ຄຽງ​, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ - ກຳ​ປູ​ເຈຍ, ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ລາວ ທີ່​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ແທດ​ຈິງ ແລະ ​ມີ​ປະ​ສິດ​ທິ​ຜົນ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ແລະ ສ​ປ​ປ.ລາວ ​ຢ່າງ​ເປັນ​ທາງ​ການ ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນ​ຖານະ​ຕ​ຳ​ແໜ່ງ​ເປັນ​ຜູ້​ນຳ​ລັດ​ຖະ​ບານ, ນີ້ກໍ່​ແມ່ນ​ການ​ເຄື່ອນ​ໄຫ​ວ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ ເພື່ອ​ຄ່ຳ​ນັບ​ຮັບ​ຕ້ອ​ນ​ປີ​ມິດ​ຕະ​ພາບ​ຫວຽດ​ນາມ - ກຳ​ປູ​ເຈຍ 2017 ແລະ ປີ​ແຫ່ງ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ຫວຽດ​ນາມ - ລາວ 2017.
TAG
vovworld/vov/ສາຍ​ພົວ​ພັນ​/ມິດ​ຕະ​ພາບ