VOV WorldVOV World
ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ.
07/05/2012 07:49
ຍ້ອນ​ປະຕິບັດ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຢ່າງ​ຄົບຊຸດ ແລະ ມີ​ປະສິດທິ​ຜົນ, ​ໃນ​ 4 ​ເດືອນຕົ້ນ​ປີ, ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ບາງ​ຂະ​ແຫນງ​ການ​ຄື: ສິນ​ໃນ​ນ້ຳ, ກະສິກຳ, ຜະລິດ​ເຄື່ອງ​​ໃຊ້​ສອຍ, ຂະ​ແຫນງ​ຜະລິດ​ສິນຄ້າ​ສົ່ງ​ອອກ​ຈຳນວນ​ຫນຶ່ງ ​ໄດ້​ຮັບ​ການ​ປັບປຸງ​ດີ​ພໍ​ສົມຄວນ.
ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກເພື່ອໃຫ້ວິສາຫະກິດ ພັດທະນາການຜະລິດ, ດຳເນີນທຸລະກິດ.
(vovworld) - ບັນຫາ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເພື່ອໃຫ້​ວິ​ສາ​ຫະກິດ, ພັດທະນາ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ຊຶ່ງ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ເນັ້ນ​ຫນັກ​ທີ່​ກອງ​ປະຊຸມ​ປ​ະຈຳ​ເດືອນ 4/2012 ຂອງ​ລັດຖະບານ​ຊຶ່ງ​ດຳ​ເນີນ​ໃນ​ວັນ​ທີ 3 ​ແລະ 4/5. ຕາມ​ນັ້ນ​ແລ້ວ, ຄາດ​ວ່າ ລັດຖະບານ​ຈະ​ປະກາດ​ໃຊ້​ມະຕິ​ສະບັບ​ຫນຶ່ງ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຫນູນ​ຊ່ວຍ​ວິສາ​ຫະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ.
TAG
ແກ້ໄຂຄວາມຫຍຸ້ງຍາກ