ສຸມໃສ່ພິຈາລະນາ, ຕັດສິນແຜນຮ່າງສຳຄັນ 3 ສະບັບ
08/05/2018 07:43
(VOVWORLD) -ກ່ອນອື່ນໝົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນການເຕີບໂຫຍ່ຂະຫຍາຍຕົວ, ການພັດທະນາຂອງຖັນແຖວພະນັກງານ ແລະ ບັນດາຈຸດທີ່ດີໃນວຽກງານພະນັກງານ ແມ່ນປັດໄຈຫຼັກແຫຼ່ງ, ຕັດສິນຊີ້ຂາດສ້າງເປັນຜົນງານຍິ່ງໃຫຍ່ຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່ປະເທດຊາດ.

ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 12) ພວມດຳເນີນຢູ່ ຮ່າໂນ້ຍ, ໄດ້ປຶກສາຫາລື ແລະ ປະກອບຄຳຄິດເຫັນກ່ຽວກັບເນື້ອໃນຕ່າງໆຄື: ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ; ການປະຕິຮູບນະໂຍບາຍເງິນເດືອນ; ປະຕິຮູບນະໂຍບາຍປະກັນສັງຄົມ; ແລະ ບາງບັນຫາສຳຄັນອື່ນໆ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ກ່າວຄຳປາໄສໃນພິທີໄຂໄດ້ເນັ້ນໜັກເຖິງບັນດາບັນຫາທີ່ມີລັກສະນະເຈາະຈິ້ມກ່ຽວກັບບັນດາບັນຫາດັ່ງກ່າວ. ກອງປະຊຸມຄັ້ງທີ 7 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ (ຊຸດທີ 12) ກ່ອນອື່ນໝົດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນການເຕີບໂຫຍ່ຂະຫຍາຍຕົວ, ການພັດທະນາຂອງຖັນແຖວພະນັກງານ ແລະ ບັນດາຈຸດທີ່ດີໃນວຽກງານພະນັກງານ ແມ່ນປັດໄຈຫຼັກແຫຼ່ງ, ຕັດສິນຊີ້ຂາດສ້າງເປັນຜົນງານຍິ່ງໃຫຍ່ຫລາຍຢ່າງ, ມີຄວາມໝາຍປະຫວັດສາດໃນພາລະກິດປ່ຽນແປງໃໝ່ປະເທດຊາດ.
TAG
VOV/VOVworld/ກອງປະຊຸມ/ປະກັນສັງຄົມ/ພະນັກງານ/ແຜນຮ່າງ
Related
More








