ສືບຕໍ່ເຊີດຊູຈິດໃຈການເຈລະຈາ ແລະ ຮ່ວມມືໃນບັນຫາ ສິດທິມະນຸດ
14/04/2017 11:29
ຫວຽດນາມຫາກໍສິ້ນສຸດການເຄື່ອນໄຫວໃນຖານະບົດບາດເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດອາຍຸການ 2014-2016

ຫວຽດນາມຫາກໍສິ້ນສຸດການເຄື່ອນໄຫວໃນຖານະບົດບາດເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດອາຍຸການ 2014-2016. ຂີດໝາຍອັນເລິກເຊິ່ງຊຶ່ງຫວຽດນາມໄດ້ສ້າງຂຶ້ນໃນອາຍຸການນີ້, ແມ່ນການປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການຊຸກຍູ້ການເຈລະຈາ ແລະ ການຮ່ວມມືສາກົນໃນຂົງເຂດສິດທິມະນຸດ, ເພີ່ມທະວີລັກສະນະປະສິດທິຜົນ, ໂປ່ງໃສ ແລະ ດຸ່ນດ່ຽງໃນວຽກງານຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ. ໄລຍະທີ່ຈະມາເຖິງນີ້, ຫວຽດນາມຈະສືບຕໍ່ຜັນຂະຫຍາຍປະຕິບັດບັນດາຂໍ້ລິເລີ່ມຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ, ຊຸກຍູ້ການເຈລະຈາ ແລະ ການຮ່ວມມືໃນຂົງເຂດສິດທິມະນຸດ. ກອງປະຊຸມຄັ້ງໜຶ່ງຂອງສະພາສິດທິມະນຸດແຫ່ງສະຫະປະຊາຊາດ(reuters) ວັນທີ 12/11/2013, ດ້ວຍບັດເຫັນດີ 184 ບັດໃນຍອດຈຳນວນ 192 ບັດຄະແນນ, ຫວຽດນາມໄດ້ຊະນະໃນການເລືອກຕັ້ງດ້ວຍບັດຄະແນນເຫັນດີສູງສຸດໃນຈຳນວນ 14 ປະເທດພາຄີໃໝ່ ແລະ ເປັນຄັ້ງທຳອິດໄດ້ກາຍເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ ອາຍຸການ 2014-2016. ເຫດການນີ້ມີຄວາມໝາຍສຳຄັນທີ່ສຸດໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າ, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ.
TAG
vovworld/ສິດທິມະນຸດ
Related








