ສືບຕໍ່ສ້າງລັດຖະບານສັດຊື່ບໍລິສຸດ,ສ້າງສັນໃນປີ 2017
30/01/2017 10:00
ສິ້ນສຸດປີ 2016, ເຊິ່ງແມ່ນປີທີ່ປະຊາຊົນ ແລະ ວິສາຫະກິດເລີ່ມທຸລະກິດ, ແຜນນະໂຍບາຍສ້າງລັດຖະບານໃຫ້ມີຄວາມສັດຊື່ບໍລິສຸດ, ສ້າງສັນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ມີໝາກຜົນຢ່າງຕັ້ງໜ້າ

ສິ້ນສຸດປີ 2016, ເຊິ່ງແມ່ນປີທີ່ປະຊາຊົນ ແລະ ວິສາຫະກິດເລີ່ມທຸລະກິດ, ແຜນນະໂຍບາຍສ້າງລັດຖະບານໃຫ້ມີຄວາມສັດຊື່ບໍລິສຸດ, ສ້າງສັນ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ແລະ ມີໝາກຜົນຢ່າງຕັ້ງໜ້າ. ປີ 2017, ລັດຖະບານຫວຽດນາມສືບຕໍ່ຜັນຂະຫຍາຍແຜນນະໂຍບາຍນີ້ ໂດຍຜ່ານການປະຕິບັດດວ້ຍຫົວຂໍ້ທີ່ກວ້າງກວ່າ, ກວມລວມໃນທຸກຂົງເຂດ, ນັ້ນແມ່ນ “ເພີ່ມທະວີລະບຽບວິໄນ, ຍົກສູງນ້ຳໃຈຮັບຜິດຊອບ, ແຂ່ງຂັນກັນຢ່າງມີຫົວຄິດປະດິດສ້າງ, ພັດທະນາໄວ ແລະ ຍືນຍົງ ”. ນີ້ແມ່ນບາດກ້າວຕໍ່ໄປສຳຄັນທີ່ສຸດ ເພື່ອປະຕິບັດຄວາມມຸ່ງຫວັງສ້າງລັດຖະບານໃຫ້ມີຄວາມສັດຊື່ບໍລິສຸດ, ສ້າງສັນ ເຊິ່ງຜູ້ນຳລັດຖະບານໄດ້ວາງອອກ. ກອງປະຊຸມສະໄໝສາມັນປະຈຳເດືອນຂອງລັດຖະບານ ສ້າງລັດຖະບານໃຫ້ມີຄວາມສັດຊື່ບໍລິສຸດແມ່ນມີຄວາມໝາຍເຊັ່ນ ດຽວກັນກັບສ້າງລັດຖະບານເຄື່ອນໄຫວຢ່າງມີປະສິດທິຜົນ, ລັດຖະບານທີ່ມີການເວົ້າໄປຄຽງຄູ່ກັບການກະທຳ, ມີຄວາມສຳພັນກັນຢ່າງແໜ້ນແຟ້ນລະຫວ່າງສະມາຊິກດ້ວຍກັນ ແລະ ກັບທົ່ວລະບົບ ເພື່ອມີກົນໄກເຄື່ອນໄຫວທີ່ເປັນເອກະພາບ. ລັດຖະບານທີ່ມີຄວາມສັດຊື່ບໍລິສຸດ ກໍ່ແມ່ນລັດຖະບານບໍ່ມີການສໍ້ລາດບັງຫຼວງ, ຖືວຽກງານຂອງລັດເປັນສຳຄັນ, ສຸດຈິດສຸດໃຈເພື່ອຜົນປະໂຫຍດຂອງປະເທດຊາດ. ລັດຖະບານມີຄວາມສ້າງສັນໃນການພັດທະນາ ແມ່ນລັດຖະບານທີ່ມີການສ້າງບັນດາເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ແລະ ພື້ນຖານເສດຖະກິດຕະຫຼາດເຄື່ອນໄຫວຢ່າງສະດວກສະບາຍ. ເພື່ອໃຫ້ໄດ້ຄືແນວນັ້ນ, ຕ້ອງປ່ຽນແປງກອບນະໂຍບາຍ, ບັນດາເງື່ອນໄຂພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ...
TAG
vovworld/ລັດຖະບານ
Related








