ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊືຶ້ອລະຫວ່າງຫວຽດນາມ-ສີລັງກາ
17/04/2017 07:53
(vovworld) - ການຢ້ຽມຢາມແກ່ຍາວເປັນເວລາ 3 ວັນ ດ້ວຍການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສີລັງກາ

(vovworld) - ວັນທີ 17/04, ທ່ານນາຍົກລັດຖະມົນຕີສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ (Democratic Socialist Republic of Sri Lanka) Ranil Wickremesinghe ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ການຢ້ຽມຢາມແກ່ຍາວເປັນເວລາ 3 ວັນ ດ້ວຍການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ສີລັງກາ, ສ້າງທ່າພັດທະນາການພົວພັນ 2 ຝ່າຍໃຫ້ພັດທະນາໃນຫຼາຍຂົງເຂດ. ໂດຍແມ່ນປະເທດໜຶ່ງຕັ້ງຢູ່ມະຫາສະມຸດອິນເດຍ, ໃນຫຼາຍປີຜ່ານມາ, ສີລັງກາ ໄດ້ຮັບການພັດທະນາຢ່າງໝັ້ນຄົງ. ສີລັງກາ ພວມຍູ້ແຮງການພັວພັນທາງການທູດດ້ານເສດຖະກິດ, ສູ້ຊົນນຳສີລັງກາ ໃຫ້ກາຍເປັນໃຈກາງຂອງພາກພື້ນກ່ຽວກັນການເດີນທະເລ, ການບິນ, ການຄ້າ ແລະ ພູມປັນຍາ, ແມ່ນຂົວເຊື່ອມຕໍ່ທີ່ສຳຄັນລະຫວ່າງຝ່າຍຕາເວັນອອກ ແລະ ຝ່າຍຕາເວັນຕົກ.
TAG
vovworld/vov/ສີລັງກາ
Related








