ຖອນຕົວອອກຈາກ JCPOA : ບາດກ້າວເດີນຜະຈົນໄພຂອງ ອາເມລິກາ
09/05/2018 09:14
(VOVWORLD) - ກ່າວຄຳເຫັນໃນຕອນບ່າຍວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດຄືນໃໝ່ວ່າ ຂໍ້ຕົກລົງນິວເຄຼຍ 2015 ຊຶ່ງອຳນາດການປົກຄອງສະໄໝກ່ອນໄດ້ລົງນາມກັບ ອີຣານ, ຝະຣັ່ງ, ເຢຍລະມັນ, ອັງກິດ, ລັດເຊຍ, ຈີນ ແມ່ນ “ຂໍ້ຕົກລົງຊົ່ວຮ້າຍ” ແລະ “ບໍ່ມີຜົນປະໂຫຍດຫຍັງໃຫ້ແກ່ສັນຕິພາບ”.

ກ່ອນເວລາກຳນົດສຸດທ້າຍ 4 ວັນ, ຕອນບ່າຍວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກຄຳຕັດສິນທີ່ເປັນໜ້າເສຍດາຍ ແມ່ນຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍປະຫວັດສາດກັບ ອີຣານ ແລະ ຟື້ນຟູບັນດາມາດຕະການລົງໂທດທີ່ແນໃສ່ປະເທດອິດສະລາມນີ້. ຄຳຕັດສິນຂອງທ່ານປະທານາທິບໍດີ Donald Trump ເຖິງວ່າເປັນການແກ້ຕົວເພື່ອຮັບປະກັນຜົນປະໂຫຍດຂອງ ອາເມລິກາ ແຕ່ພັດເຮັດໃຫ້ການຂັດແຍ້ງກັນລະຫວ່າງ ອາເມລິກາ ແລະ ອີຢູ ເລິກເຂົ້າຕື່ມອີກ, ຫລຸດຜ່ອນອິດທິພົນຊື່ສຽງຂອງ ອາເມລິກາ ລົງໃນບົນເວທີສາກົນ. ສຳຄັນກ່ວາ ແມ່ນຄຳຕັດສິນດັ່ງກ່າວ ອາດຈະເຮັດໃຫ້ພາກພື້ນຕາເວັນອອກກາງຕົກເຂົ້າສູ່ວິກິດການ. ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: THX/TTXVN) ກ່າວຄຳເຫັນໃນຕອນບ່າຍວັນທີ 08 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຂໍ້ສັງເກດຄືນໃໝ່ວ່າ ຂໍ້ຕົກລົງນິວເຄຼຍ 2015 ຊຶ່ງອຳນາດການປົກຄອງສະໄໝກ່ອນໄດ້ລົງນາມກັບ ອີຣານ, ຝະຣັ່ງ, ເຢຍລະມັນ, ອັງກິດ, ລັດເຊຍ, ຈີນ ແມ່ນ “ຂໍ້ຕົກລົງຊົ່ວຮ້າຍ” ແລະ “ບໍ່ມີຜົນປະໂຫຍດຫຍັງໃຫ້ແກ່ສັນຕິພາບ”. ຕາມທ່ານ Donald Trump ແລ້ວ, ໂຄງການດັ່ງກ່າວ ບໍ່ໄດ້ສະກັດກັ້ນ ອີຣານ ພັດທະນາອາວຸດນິວເຄຼຍຢ່າງມີປະສິດທິຜົນ ກໍ່ຄືສະກັດກັ້ນ ອີຣານ ອຸປະຖຳໃຫ້ບັນດາກຸ່ມ ກໍ່ການຮ້າຍ. ຍ້ອນເຫດນັ້ນ, ອາເມລິກາ ຈຶ່ງຈັດສິນໃຈຖອນຕົວອອກຈາກຂໍ້ຕົກລົງ ແລະ ຟື້ນຟູບັນດາມາດຕະການລົງໂທດແນໃສ່ ອີຣານ.
TAG
VOV/VOVworld/ຂໍ້ຕົກລົງ JCPOA/ອາເມລິກາ/ອີຣານ
Related
More








