ທົບທວນຄືນກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຫວຽດນາມ ຊຸດທີ 13
28/11/2011 08:35
ກອງປະຊຸມ ສະ ໄໝ ສາມັນ ເທື່ອ ທີ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ 13 ໄດ້ ສຳ ເລັດ ໂຄງການ ດຳ ເນີນ ງານ ຫລາຍ ສົມຄວນ, ປຶກສາ ຫາລື ເນື້ອ ໃນ ສຳຄັນ ທີ່ ກ່ຽວຂ້ອງ ເຖິງ ຈຸດໝາຍ, ການ ກຳນົດທິດ ກໍ ຄື ວິວັດ ການ ພັດທະນາ ເສດຖະກິດ ສັງຄົມ, ການ ປ້ອງ ກັນຊາ ດ ປ້ອງ ກັນ ຄວາມ ສະຫງົບ, ການ ພົວພັນ ກັບ ຕ່າງປະ ເທດ ຂອງ ປະ ເທດ ຊາດ.

ກອງປະຊຸມ ສະ ໄໝ ສາມັນ ເທື່ອ ທີ 2 ສະພາ ແຫ່ງ ຊາດ ຫວຽດນາມ ຊຸດ ທີ 13 ດ ຳ ເນີນ ໄປ ໃນ ສະພາບ ພື້ນຖານ ເສດຖະກິດ ຂອງ ປະ ເທດ ຊາດ ພວມ ປະສົບ ກັບ ຄວາມ ຫຍຸ້ງຍາກ , ສິ່ງ ທ້າ ທາຍ ຫລາຍ ຢ່າງ. ດ້ວຍ ຈິດ ໃຈ ກົງ ໄປ ກົງ ມາ, ເຂັ້ມ ງວດ, ສະພາ ແຫ່ງ ຊາດ ໄດ້ ໄຈ້ ແຍກ ຢ່າງ ເລິກ ເຊິ່ງ, ຕີ ລາຄາ ຢ່າງ ພາວະ ວິ ໄສ, ຮອບດ້ານທີ່ບັນດາ ຂໍ້ສະດວກ, ຄວາມ ຫຍຸ້ ງຍາກ, ບັນດາ ຜົນງານ, ຄວາມ ອ່ອນດ້ອຍ, ສາຍ ເຫດ, ບົດຮຽນ ໃນ ການ ປະຕິບັດ ຫນ້າ ທີ່ ເສດຖະກິດ ສັງຄົມ ໃນ ໄລຍະ ຜ່ານ ມາ. ບົນ ພື້ນຖານ ນັ້ນ, ສະພາ ແຫ່ງ ຊາດ ໄດ້ ກຳນົດ ຄາດໝາຍ ຂອງປີ 2012 ແລະ ໃນ ໄລຍະ ຈະ ມາ ເຖິງ. ຕາມ ທ່ານ ປະທານ ສະພາ ແຫ່ງ ຊາດ ຫງວຽນ ຊິງ ຮູ່ງ ແລ້ວ, ທີ່ ສະ ໄໝ ປະຊຸມ ຄັ້ງນີ້ ສະພາ ແຫ່ງ ຊາດ ໄດ້ ມີ ບັນດາ ການ ດັດ ປັບ, ປ່ຽນ ໃຫມ່ ຢ່າງ ແຂງ ແຮງ ໃນ ການ ກະກຽມ ໃຫ້ ແກ່ ສະ ໄໝ ປະຊຸມ , ຊີ້ ນຳ ບັນດາ ວາລະ ປະຊຸມ, ຮັບປະກັນ ການ ເສີມ ຂະຫຍາຍ ພູມ ປັນຍາ ລວມໝູ່, ນ້ຳ ໃຈ ມີ ຄວາມ ຮັບ ຜິດ ຊອບ ຂອງ ບັນດາ ອົງການ ຍື່ນ ສະ ເຫ ນີ, ອົງການ ກວດກາ ແລະ ສສຊ ແຕ່ລະ ທ່ານ, ຍົກ ສູງ ຄຸນ ນະພາ ບການ ກະກຽມ, ປຶກສາ ຫາລື ແລະ ຕົກລົງ ບັນດາ ເນື້ອ ໃນ ເພື່ອ ຍື່ນ ສະ ເຫ ນີຕໍ່ ສະພາ ແຫ່ງ ຊາດ. ມະຕິ ຂອງ ສະພາ ແຫ່ງ ຊາດ ໄດ້ ຫັນ ເປັນ ລະອຽດ ກວ່າ, ກຳນົດ ຫນ້າ ທີ່, ມາດ ຕະການ ແລະ ຄວາມ ຮັບຜິດ ຊອບ ຂອງ ບັນດາ ອົງການ, ອົງການ ກ່ຽວ ຂ້ອງ ໃນ ການຈັດ ຕັ້ງ ປະຕິບັດຢ່າງ ຈະ ແຈ້ງ. ພິ ເສດ ແມ່ນການ ເຄື່ອ ນ ໄຫວ ຊັກ ຖາມ ດຳ ເນີນ ໄປ ຢ່າງ ຟົດ ຟື້ນ ແລະ ມີ ປະສິດທິ ຜົນ. ທ່ານ ນາຍົກລັດຖະມົນຕີ ຫງວຽນ ເຕີນ ຢູ໋ງ ແລະ ລັດຖະມົນຕີ 5 ທ່ານ ໄດ້ ຕອບ ຄຳ ຊັກ ຖາມ ໂດຍ ກົງ 175 ຄຳ ຖາມ ຂອງ ສສຊ. ທ່ານ ປະທານ ສະພາ ແຫ່ງ ຊາດ ຫງວຽນ ຊີງ ຮຸ່ງ ໄດ້ ຢືນຢັນ ວ່າ:
Related








