VOV WorldVOV World
ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ
15/07/2021 08:00
(VOVWORLD) -ມາຮອດປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດໃນໂລກ ປະຕິບັດວຽກງານປ້ອງກັນ ສະກັດກັ້ນ ໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ຍ້ອນມີການເຂົ້າຮ່ວມຂອງທັງລະບົບການເມືອງ ພ້ອມກັບຈິດໃຈຄວາມຮັບຜິດຊອບຂອງທົ່ວສັງຄົມ. ໝາກຜົນຂອງວຽກງານປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ເປັນການພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ພັກ ແລະ ລັດຫວຽດນາມ ຍາມໃດກໍ່ຖືຊີວິດອິນຊີ ແລະ ການຮັກສາສຸຂະພາບຂອງປະຊາຊົນ ເປັນສຳຄັນ.
ທຸກສິ່ງ​ທຸກ​ຢ່າງ​ເພື່ອ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ
ໃນໄລຍະຫນຶ່ງປີຜ່ານມາ, ໂລກລະບາດໂຄວິດ 19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງສຳລັບມະນຸດ. ໄລ່ ຮອດວັນທີ 15 ກໍລະກົດປີ 2021, ໂລກ ພົບເຫັນກວ່າ 188 ລ້ານຄົນຖືກຕິດເຊື້ອໂຄວິດ 19, ມີກວ່າ 4 ລ້ານຄົນຖືກເສຍຊີວິດ. ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ການພັດທະນາເສດຖະກິດ, ສັງຄົມຂອງທຸກປະເທດທັງໝົດໃນໂລກຖືກ ຊັກຊ້າລົງ. ພ້ອມກັບໂລກ, ຫວຽດນາມ ໄດ້ມີການສະກັດກັ້ນໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນຫລາຍຄັ້ງ. ແຕ່ວ່າ ດ້ວຍແງ່ມູມສັ້ນໆ ແລະ ແບບຂາດເຈດຕະນາດີ, ມີບາງພວກປະຕິການພັດຖິ່ນຢູ່ຕ່າງປະເທດຄື: ຫວຽດເຕີນ, ວິທະຍຸ VOA, RFA … ໄດ້ຮ່ວມກັບພວກບໍ່ພໍໃຈກັບລະບອບ ຢູ່ ພາຍໃນປະເທດ ຫວ່າງແລ້ວນີ້ ໄດ້ລົງບົດຂຽນ ນັບຮ້ອຍໆບົດທາງສື່ສັງຄົມອອນລາຍ ໂດຍມີເນື້ອໃນປະຕິການ ແລະ ເຜີຍແຜ່ຂໍ້ມູນຂ່າວເສກສັນປັ້ນແຕ່ງ ບິດເບືອນຄວາມຈິງຕ້ານທຳລາຍກິດຈະການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຂອງຫວຽດນາມ. ບັນດາຖ້ອຍທຳນອງເສກສັນປັ້ນແຕ່ງນັ້ນ ແມ່ນແຕກຕ່າງຫລາຍເມື່ອທຽບກັບຄວາມຈິງຂອງກິດຈະການ ການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ຢູ່ ຫວຽດນາມ.
TAG
VOV/VOVworld/