ທຸກສິ່ງທຸກຢ່າງແມ່ນເພື່ອເປົ້າໝາຍລວມ ສ້າງສາປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີປະເທດຊາດເຂັ້ມແຂງ
12/08/2021 10:45
(VOVWORLD) - ວັນທີ 11 ສິງຫາ ປີ 2021, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021- 2026. ໃນບົດກ່າວປາໄສຢູ່ກອງປະຊຸມແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກ: ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມສາມັກຄີ ເປັນເອກະພາບສູງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວນັບແຕ່ຂັ້ນເທິງຈົນລົງຮອດຂັ້ນລຸ່ມ ເພື່ອຜັນຂະຫຍາຍບັນດາຫນ້າທີ່ຂອງປະເທດ, ຂອງຊາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021- 2026. (ພາບ:TTXVN) ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ ລະບົບການເມືອງຢູ່ ຫວຽດນາມ ລວມມີ 3 ພາກສ່ວນ: ພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສຸມໃສ່ເວົ້າສະເພາະກ່ຽວກັບລັດຖະບານ ດ້ວຍບັນດາຫລັກການ, ເນື້ອໃນ, ກົນໄກເຄື່ອນໄຫວແມ່ນຕັ້ງຢູ່ໃນການພົວພັນສັງລວມຂອງບັນດາອົງການລັດ, ຂອງທັງລະບົບການເມືອງຢູ່ ຫວຽດນາມ ເພື່ອແນໃສ່ເປົ້າໝາຍລວມ ນັ້ນແມ່ນ ສ້າງປະເທດຫວຽດນາມ ໃຫ້ປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ, ສີວິໄລ, ກ້າວຂຶ້ນ ສັງຄົມນິຍົມຢ່າງໝັ້ນແກ່ນ. ຕາມທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລ້ວ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ພວມຮີບເຮັ່ງ, ຕັ້ງຫນ້າຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ບົດສະຫລຸບ, ຂໍ້ຕົກລົງຊີ້ນຳຂອງສູນກາງໃນສະຖານະການ, ສະພາບການທີ່ຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງທີ່ຮ້າຍແຮງກວ່າເມື່ອທຽບໃສ່ການຄາດຄະເນກ່ອນນີ້. ເພື່ອປະຕິບັດບັນດາຄາດໝາຍ, ຫນ້າທີ່ຊື່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກອງປະຊຸມສູນກາງພັກ ຄັ້ງທີ 3 ແລະ ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ XV ໄດ້ວາງອອກຢ່າງມີໄຊ, ລັດຖະບານ ອາຍຸການ 2021 -2026 ຄວນສືບຕໍ່ເສີມຂະຫຍາຍຫຼາຍກວ່າອີກກ່ຽວກັບມູນເຊື້ອອັນສະຫງ່າລາສີ, ໝາກຜົນ, ຜົນງານທີ່ຍິ່ງໃຫຍ່ ແລະ ບັນດາບົດຮຽນ ປະສົບການອັນລ້ຳຄ່າຂອງລັດຖະບານທີ່ບັນລຸໄດ້ຜ່ານໄລຍະຕ່າງໆ, ມານະພະຍາຍາມສູ້ຊົນກວ່າອີກໃນເສັ້ນທາງແຫ່ງການປ່ຽນແປງໃຫມ່, ຍົກສູງຄຸນນະພາບ, ປະສິດທິຜົນ, ປະສິດທິພາບການເຄື່ອນໄຫວໃນໄລຍະພັດທະນາໃຫມ່. ສຸມໃສ່ບຸລິມະສິດປະຕິບັດ 6 ຫນ້າທີ່ຈຸດສຸມ ແລະ 3 ຂອດບຸກທະລຸຍຸດທະສາດ, ປະຕິບັດມາດຕະການແກ້ໄຂຜົນກະທົບຈາກໂລກລະບາດໂຄວິດ-19 ຢ່າງຄົບຊຸດ ມີປະສິດທິຜົນ, ຟື້ນຟູ ແລະ ພັດທະນາເສດຖະກິດຢ່າງວ່ອງໄວ; ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ກຳລັງແຮງຂອງຊາວຫວຽດນາມ ແລະ ກຳລັງແຮງໃນການປະດິດຄິດສ້າງຂອງແຕ່ລະຄົນຢ່າງແຮງກວ່າ; ສ້າງສັງຄົມໃຫ້ເປັນລະບຽບຮຽບຮ້ອຍ, ປອດໄພ, ປອດໄສ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ, ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດເທື່ອລະກ້າວ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃສ່ໃຈເປັນພິເສດບາງບັນຫາດັ່ງລຸ່ມນີ້:
TAG
VOV/VOVworld/ຜົນງານທີ່ຍິ່ງໃຫຍ່/ຫັນປະເທດຊາດ/ອຸດສາຫະກຳ
Related








