ຖືຄວາມຜາສຸກຂອງປະຊາຊົນເປັນເປົ້າໝາຍສູ້ຊົນ, ອີງໃສ່ກຳລັງແຮງຊະນະເລີດຂອງປະຊາຊົນ
07/07/2021 08:40
(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງສູນກາງພັກກອມມູນິດ ຈີນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝຸຈອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງພັກກອມມູນິດ ຈີນ ກັບບັນດາພັກການເມືອງໃນທົ່ວໂລກ ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 6 ກໍລະກົດ. ທີ່ກອງປະຊຸມມີຫົວຂໍ້ວ່າ “ເພື່ອຜົນປະໂຫຍດຂອງປະຊາຊົນ, ຄວາມຮັບຜິດຊອບຂອງພັກການເມືອງ“, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ໄດ້ມີບົດກ່າວປາໄສສຳຄັນຕໍ່ໜ້າບັນດາຜູ້ແທນທີ່ມາຈາກ 500 ພັກການເມືອງ ແລະ ອົງການການເມືອງຂຶ້ນກັບ 160 ປະເທດໃນທົ່ວໂລກ. ຕໍ່ໄປນີ້, ບັນນາທິການວິທະຍຸກະຈາຍສຽງຫວຽດນາມ ຂໍຄັດສະເໜີເນື້ອໃນບາງຢ່າງໃນບົດກ່າວປາໄສທີ່ສຳຄັນຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ທີ່ກອງປະຊຸມຄັ້ງນີ້.

ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
TAG
VOV/VOVworld/ພັກກອມມູນິດ/ຈີນ/ປະຊາຊົນ
Related








