ວິກິດການ ອາບການິດສະຖານ ນັບມື້ນັບຮ້າຍແຮງຂຶ້ນຕື່ມ
13/08/2021 08:02
(VOVWORLD) -ຖືກຕາມການຄາດຄະເນ, ກຳລັງ ຕາລີບານ ກຳລັງເພີ່ມທະວີຈັດບັ້ນບຸກໂຈມຕີ ແລະ ເປີດກວ້າງສິດຄວບຄຸມຢ່າງຕໍ່ເນື່ອງຢູ່ ອາບການິດສະຖານ. ຄວາມສ່ຽງທີ່ພວກຕາລີບານ ອາດຈະຢຶດຄອງນະຄອນຫຼວງ Kabul ແລະ ຍາດໄດ້ສິດຄວບຄຸມປະເທດ ອາບການິດສະຖານ ແມ່ນນັບມື້ນັບຈະແຈ້ງຂຶ້ນກວ່າເກົ່າ.

ມີຫຼາຍແຫຼ່ງຂ່າວເອກະລາດເອີລົບ ໃຫ້ຮູ້ວ່າ, ຕາລີບານ ຍາດໄດ້ສິດຄວບຄຸມດິນແດນຂອງ ອາບການິດສະຖານ ໄດ້ເຖິງ 65% ແລ້ວ, ໃນນັ້ນ ມີຫຼາຍນະຄອນຍຸດທະສາດ, ພ້ອມກັນນັ້ນ ກໍ່ພວມນາບຂູ່ວ່າຈະບຸກໂຈມຕີ ແລະ ຢຶດຄອງເອົາຫຼາຍແຂວງ, ນະຄອນອື່ນອີກ. ການເຄື່ອນໄຫວຂອງພວກກະບົດ ຕາລີບານ ພວມດຳເນີນໄປຢ່າງຮຸນແຮງ, ໃນນັ້ນ ກຳລັງຕ່າງໆຂອງ ອາບການິດສະຖານ ກໍ່ພວມເຕົ້າໂຮມກັນເພື່ອປົກປ້ອງບັນດານະຄອນໃຫຍ່ທີ່ຍັງເຫຼືອ, ໃນນັ້ນ ມີນະຄອນຫຼວງ Kabul.
TAG
VOV/VOVworld/ອາບການິດສະຖານ/ຕາລີບານ/ວິກິດການ
Related








