ຮ່ວມເດີນທາງ ເພື່ອຟື້ນຟູເສດຖະກິດ
28/09/2021 08:55
(VOVWORLD) - ໃນວິວັດທະນາການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ, ລັດຖະບານ ຫວຽດນາມ ຍາມໃດກໍອີງໃສ່ສະພາບການຕົວຈິງເພື່ອມີການດັດປັບໃຫ້ແທດເໝາະ, ທັນການ. ຫວ່າງມໍ່ໆມານີ້, ເມື່ອກຳນົດຫັນແຕ່ເປົ້າໝາຍ “ບໍ່ມີໂຄວິດ” ມາເປັນການຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຮີບເຮັ່ງສ້າງແຜນການເພື່ອທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູການພັດທະນາເສດຖະກິດ, ໃນນັ້ນ ລວມທັງການແກ້ໄຂຄວາມຫຍຸ້ງຍາກຕ່າງໆໃຫ້ແກ່ວິສາຫະກິດອີກດ້ວຍ.

ພາຍຫຼັງການປ່ຽນແປງຍຸດທະສາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ມາໄດ້ໄລຍະໜຶ່ງ, ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ - 19 ໄດ້ເທື່ອລະກ້າວ, ພິເສດແມ່ນຢູ່ຈຸດໃຈກາງຂອງໂລກລະບາດຄື ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ລອງອານ… ນີ້ແມ່ນໄລຍະເວລາເພື່ອປຶກສາຫາລືກ່ຽວກັບບັນດາລັດຖະນະໂຍບາຍ ແນໃສ່ຮັບມືກັບໂລກລະບາດຢ່າງປອດໄພ, ມີໄຫວພິບ, ຄວບຄຸມໄດ້ຢ່າງມີປະສິດທິຜົນ; ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ປະສົບຜົນສຳເລັດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດໂດຍໄວ.
TAG
VOV/VOVworld/ຮ່ວມເດີນທາງ/ວິສາຫະກິດ/ເສດຖະກິດ/ຟື້ນຟູ/ປ້ອງກັນ/ຕ້ານໂລກລະບາດ
Related








